Our team assists with new WHO guidelines for treatment of hepatitis B -- read more here

ການປ້ອງກັນ ແລະ ການສັກວັງຊີນ 

ຂ້ອຍສາມາດໄດ້ຮັບໄວຣັສ໌ຕັບອັກເສບບີ້ ໄດ້ແນວໃດ?
ໄວຣັສ໌ຕັບອັກເສບບີ້ ແມ່ນພະຍາດຕິດເຊື້ອອັນໜຶ່ງທີ່ເກີດຈາກໄວຣັສ໌ໂດຍການຕິດຕໍ່ທາງເລືອດ. ລາຍລະອຽດລຸ່ມນີ້ແມ່ນຮູບແບບທີ່ໄວຣັສ໌ຕັບອັກເສບບີ້ ສາມາດຕິດຕໍ່ກັນໄດ້:

  • ສໍາພັດໂດຍກົງກັບເລືອດ ຫຼື ຂອງແຫຼວໃນຮ່າງກາຍ 
  • ຈາກແມ່ທີ່ຕິດເຊື້ອສົ່ງໃຫ້ລູກເກີດໃໝ່ໂດຍການຖືພາ ຫຼື ອອກລູກ 
  • ມີເພດສໍາພັນກັບຄູ່ນອນທີ່ຕິດເຊື້ອ 
  • ໃຊ້ເຂັມສັກຢາຮ່ວມກັນ ຫຼື ເຂັມມືສອງ (ຕົວຢ່າງ: ສັກຢາທີ່ຜິດກົດໝາຍຮ່ວມກັນ ຫຼື ໃຊ້ເຂັມມືສອງທີ່ບໍ່ໄດ້ຂ້າເຊື້ອດ້ວຍຢາຢ່າງເໝາະສົມ, ຝັງເຂັມ, ສັກລາຍ, ຫຼື ແທງຫູ/ຮ່າງກາຍ) 
  • ບໍ່ຂ້າເຊື້ອອຸປະກອນການແພດ ຫຼື ເຂັມສັກຢາທີ່ອາດຈະໃຊ້ໂດຍໝໍເຖື່ອນ, ທັນຕະແພດ ຫຼື ຊ່າງຕັດຜົມ

 

ໄວຣັສ໌ຕັບອັກເສບບີ້ ຈະສາມາດສົ່ງຕໍ່ໃຫ້ຄົນອື່ນໄດ້ບາງຄັ້ງຄາວບ?
ບໍ່, ໄວຣັສ໌ຕັບອັກເສບບີ້ ບໍ່ສາມາດຕິດຕໍ່ຜ່ານການສໍາພັດບາງຄັ້ງຄາວ. ທ່ານບໍ່ສາມາດໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ ຈາກອາກາດ, ການກອດ, ການສໍາພັດ, ການຈາມ, ການໄອ, ບ່ອນນັ່ງຊັກໂຄກ ຫຼື ຈັບລູກບິດປະຕູ. ທ່ານບໍ່ສາມາດໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ ຈາກການກິນ ຫຼື ການດື່ມກັບຜູ່ທີ່ຕິດເຊື້ອ ຫຼື ຈາກການກິນອາຫານທີ່ແຕ່ງໂດຍຜູ່ເປັນໄວຣັສ໌ຕັບອັກເສບບີ້.


ໃຜແດ່ທີ່ມີແນວໂນ້ມໄດ້ຮັບເຊື້ອຈາກໄວຣັສ໌ຕັບອັກເສບບີ້ ຫລາຍທີ່ສຸດ?
ເຖິງວ່າທຸກຄົນມີຄວາມສ່ຽງໄດ້ຮັບໄວຣັສ໌ຕັບອັກເສບບີ້, ແຕ່ຍັງມີບາງຄົນທີ່ມີແນວໂນ້ມຈະໄດ້ຮັບການຕິດເຊື້ອ. ວຽກຂອງທ່ານ, ການໃຊ້ຊີວິດ ຫຼື ເດັກນ້ອຍທີ່ຫາກໍ່ເກີດຈາກຄອບຄົວທີ່ມີໄວຣັສ໌ຕັບອັກເສບບີ້ ສາມາດເພີ່ມໂອກາດໃນການຕິດເຊື້ອ. ນີ້ແມ່ນຮູບແບບທີ່ເກີດຂຶ້ນເປັນປະຈໍາໃນກຸ່ມ “ທີ່ມີຄວາມສ່ຽງສູງ” -- ແຕ່ຈົ່ງຈື່ໄວ້ວ່າ ບໍ່ມີຊື່ທັງໝົດ:

  • ຜູ່ທີ່ແຕ່ງງານ ຫຼື ອາໃສຢ່າງໃກ້ຊິດຢູ່ໃນຄົວເຮືອນທີ່ມີຄົນເປັນໄວຣັສ໌ຕັບອັກເສບບີ້. ສິ່ງດັ່ງກ່າວນີ້ປະກອບດ້ວຍຜູ່ໃຫຍ່ ແລະ ເດັກນ້ອຍ.
  • ຜູ່ທີ່ເກີດຢູ່ໃນປະເທດທີ່ມີຄົນເປັນໄວຣັສ໌ຕັບອັກເສບບີ້ ຫຼາຍ, ຫຼື ພໍ່ແມ່ເກີດຢູ່ໃນປະເທດທີ່ມີຄົນເປັນໄວຣັສ໌ຕັບອັກເສບບີ້ ຫຼາຍ (ອາຊີ, ບາງເຂດໃນອາຟຣິກາ ແລະ ອາເມລິກາໃຕ້, ຢູໂຣບຕາເວັນອອກ ແລະ ຕາເວັນອອກກາງ). 
  • ຜູ່ທີ່ອາໃສຢູ່ໃນ ຫຼື ເດີນທາງໄປປະເທດທີ່ມີຄົນເປັນໄວຣັສ໌ຕັບອັກເສບບີ້ ຫຼາຍ (ອາຊີ, ບາງເຂດໃນອາຟຣິກາ ແລະ ອາເມລິກາໃຕ້, ຢູໂຣບຕາເວັນອອກ ແລະ ຕາເວັນອອກກາງ).
  • ໄວໜຸ່ມ ແລະ ໄວລຸ້ນ ທີ່ມີເພດສໍາພັນຫຼາຍເກີນໄປ 
  • ຜູ່ຊາຍມີເພດສໍາພັນກັບຜູ່ຊາຍ 
  • ເດັກນ້ອຍທີ່ເກີດຈາກແມ່ທີ່ຕິດເຊື້ອ 
  • ພະນັກງານດູແລສຸຂະພາບ ແລະ ຄົນອື່ນໆທີ່ມີອາຊີບທີ່ຕ້ອງສໍາພັດກັບເລືອດ.
  • ຜູ່ທີ່ເຮັດວຽກກ່ຽວກັບໜ່ວຍງານສຸກເສີນ 
  • ຄົນເຈັບທີ່ໄດ້ຮັບການຟອກຫມາກໄຂ່ຫລັງ
  • ຜູ່ອາໄສ ແລະ ພະນັກງານ ໃນກຸ່ມບ້ານ, ສະຖາບັນ ຫຼື ບັນດາສູນແກ້ໄຂ
  • ຜູ່ໄດ້ຮັບການຖ່າຍເລືອດກ່ອນປີ 1992 ຫຼື ຜູ່ໄດ້ຮັບເລືອດທີ່ບໍ່ຖືກກວດວິເຄາະຢ່າງເໝາະສົມ
  • ຜູ່ສັກຢາເສບຕິດ, ໃນອະດີດ ແລະ ປັດຈຸບັນ 
  • ຜູ່ສັກລາຍ ຫຼື ຖືກແທງເຂົ້າຮ່າງກາຍ 
  • ຜູ່ທີ່ໃຊ້ບໍລິການຈາກໝໍເຖື່ອນ, ໝໍປົວແຂ້ວ ຫຼື ຊ່າງຕັດຜົມ

 

ວັກຊີນທີ່ແນະນໍາໃຫ້ສໍາລັບໄວຣັສ໌ຕັບອັກເສບບີ້ ແມ່ນມີຫຍັງແດ່?
ວັກຊີນໄວຣັສ໌ຕັບອັກເສບບີ້ ຄວນຈະຕ້ອງສັກໃຫ້ເດັກນ້ອຍເກີດໃໝ່ ແລະ ເດັກນ້ອຍທຸກຄົນຈົນຮອດອາຍຸ 18 ປີ ໂດຍ WHO ແລະ U.S. ສູນຄວບຄຸມ ແລະ ປ້ອງກັນພະຍາດ (Centers for Disease Control and Prevention – CDC) ຂອງສະຫະຣັຖ. CDC ຍັງແນະນໍາວ່າ ໄວໜຸ່ມໃນກຸ່ມຄົນທີ່ມີຄວາມສ່ຽງສູງຕ້ອງໄດ້ຮັບວັກຊີນ.
ວັກຊີນໄວຣັສ໌ຕັບອັກເສບບີ້ ແມ່ນວັກຊີນທີ່ປອດໄພ ແລະ ມີປະສິດທິພາບ ຊຶ່ງແນະນໍາໃຫ້ສໍາລັບເດັກນ້ອຍເກີດໃໝ່ ແລະ ເດັກນ້ອຍທີ່ອາຍຸຮອດ 18 ປີ. ວັກຊີນໄວຣັສ໌ຕັບອັກເສບບີ້ ຍັງແນະນໍາໃຫ້ແກ່ໄວໜຸ່ມທີ່ເປັນເບົາຫວານ ແລະ ຜູ່ທີ່ມີຄວາມສ່ຽງໄດ້ຮັບເຊື້ອສູງຍ້ອນວຽກງານ, ການໃຊ້ຊີວິດຂອງພວກເຂົາ, ສະພາບໃນການດໍາລົງຊີວິດ ຫຼື ປະເທດທີ່ເກີດ. ເນື່ອງຈາກວ່າທຸກຄົນແມ່ນມີຄວາມສ່ຽງ, ໄວໜຸ່ມທຸກຄົນຄວນຈະໄດ້ຮັບວັກຊີນໄວຣັສ໌ຕັບອັກເສບບີ້ ຢ່າງເອົາຈິງເອົາຈັງ ເພື່ອປ້ອງກັນພະຍາດຕັບຊໍາເຮື້ອຕະຫຼອດຊີວິດ.


ວັກຊີນໄວຣັສ໌ຕັບອັກເສບບີ້ ປອດໄພບໍ?
ແມ່ນ, ວັກຊີນໄວຣັສ໌ຕັບອັກເສບບີ້ ແມ່ນປອດໄພ ແລະ ມີປະສິດທິພາບທີ່ສຸດ. ຄວາມຈິງແລ້ວ, ມັນແມ່ນ “ວັກຊີນຕ້ານມະເຮັງ” ສິ່ງທໍາອິດ ຍ້ອນວ່າມັນສາມາດປົກປ້ອງທ່ານຈາກໄວຣັສ໌ຕັບອັກເສບບີ້, ຊຶ່ງເປັນສາຍເຫດທີ່ເຮັດໃຫ້ເກີດມະເຮັງຕັບທຸກຊະນິດໃນໂລກໄດ້ເຖິງ 80%.

ດ້ວຍການສັກຢາວັກຊີນຫຼາຍກວ່າໜຶ່ງຕື້ເຂັມທົ່ວໂລກ, ການສຶກສາດ້ານການແພດ ແລະ ວິທະຍາສາດ ໄດ້ສະແດງໃຫ້ເຫັນວ່າ ວັກຊີນໄວຣັສ໌ຕັບອັກເສບບີ້ ແມ່ນວັກຊີນທີ່ປອດໄພທີ່ສຸດທີ່ເຄີຍເຮັດມາ.


ຂ້ອຍສາມາດໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ ຈາກການສັັກວັກຊີນບໍ?
ບໍ່, ທ່ານບໍ່ສາມາດໄດ້ຮັບໄວຣັສ໌ຕັບອັກເສບບີ້ ຈາກການສີດວັກຊີນ. ວັກຊີນຜະລິດມາຈາກຜະລິດຕະພັນຍີສ໌ສັງເຄາະໃນຫ້ອງທົດລອງ. ຜົນກະທົບຂ້າງຄຽງທີ່ພົບເຫັນເລື້ອຍໆແມ່ນເປັນຜື່ນແດງ ແລະ ເຈັບປວດຢູ່ໃນແຂນບ່ອນທີ່ສັກຢາ.


ຕາຕະລາງນັດສັກວັກຊີນໄວຣັສ໌ຕັບອັກເສບບີ້ ແມ່ນແນວໃດ?
ວັກຊີນໄວຣັສ໌ຕັບອັກເສບບີ້ ແມ່ນມີຢູ່ຫ້ອງການຂອງແພດຂອງທ່ານ ແລະ ພະແນກ ຫຼື ຄລີິນິກດູແລສຸຂະພາບປະຈໍາທ້ອງຖິ່ນ. ວັກຊີນໄວຣັສ໌ຕັບອັກເສບບີ້ ແມ່ນສັກສາມຄັ້ງ, ເຖິງຢ່າງໃດກໍ່ຕາມ ກໍ່ມີວິທີການສັກວັກຊີນເລັ່ງລັດ ເຊິ່ງແມ່ນສອງຄັ້ງສໍາລັບໄວລຸ້ນອາຍຸ 11 ຫາ 15 ປີ, ແລະ ສັກວັກຊີນ 2-ຄັ້ງ ຜ່ານການຮັບຮອງຈາກ ອົງການອາຫານແລະຢາ (Food and Drug Administration (FDA)) ຂອງສະຫະຣັຖ ສໍາລັບຄົນໜຸ່ມໃນປີ 2017. ສິ່ງສໍາຄັນແມ່ນໃຫ້ຈື່ວ່າ ເດັກນ້ອຍເກີດໃໝ່ຕ້ອງໄດ້ຮັບວັກຊີນໄວຣັສ໌ຕັບອັກເສບບີ້ ຄັ້ງທໍາອິດໃນຫ້ອງອອກລູກ ຫຼື ພາຍໃນ 12 ຊົ່ວໂມງຫຼັງຈາກເກີດອອກມາ.

  • ສີດວັກຊີນເຂັມທໍາອິດ ໃນເວລາໃດກໍ່ໄດ້, ແຕ່ເດັກນ້ອຍເກີດໃໝ່ຄວນຈະໄດ້ຮັບການສັກຢາໃນຫ້ອງອອກລູກ
  • ເຂັມທີສອງ - ຢ່າງໜ້ອຍໜຶ່ງເດືອນ (ຫຼື 28 ວັນ) ຫຼັງຈາກສັກຢາເຂັມທໍາອິດ
  • ເຂັມທີສາມ - ຫົກເດືອນຫຼັງຈາກເຂັມທີໜຶ່ງ (ຫຼື ຢ່າງໜ້ອຍ 2 ເດືອນ ຫຼັງຈາກສັກຢາ ຄັ້ງທີສອງ)

ອາດຈະເປັນຢ່າງໜ້ອຍ 16 ອາທິດໃນລະຫວ່າງເຂັມທໍາອິດ ແລະ ເຂັມທີ 3 . ຖ້າຕາຕະລາງການນັດໝາຍສັກວັກຊີນຂອງທ່ານຊັກຊ້າ, ທ່ານບໍ່ຈໍາເປັນຕ້ອງເລີ່ມສັກໃໝ່, ທ່ານສາມາດສືບຕໍ່ຈາກເຂັມທີ່ທ່ານໄດ້ສັກໄປ - ເຖິງວ່າເຂັມທີ່ສັກໄປແລ້ວນັ້ນແມ່ນຫຼາຍປີມາແລ້ວກໍຕາມ.

ເພື່ອໃຫ້ແນ່ໃຈວ່າທ່ານໄດ້ຮັບການປົກປ້ອງຈາກໄວຣັສ໌ຕັບອັກເສບບີ້, ຈົ່ງສອບຖາມການກວດເລືອດທົ່ວໄປ ເພື່ອກວດຫາລະດັບ “ສານຕໍ່ຕ້ານໄວຣັສ໌ຕັບອັກເສບບີ້ ໃນຮ່າງກາຍ” (HBsAb) ເພື່ອຢັ້ງຢືນວ່າ ການສັກວັກຊີນປະສົບຜົນສໍາເລັດຫຼືບໍ່.


ຂ້ອຍສາມາດເຮັດຫຍັງແດ່ໃນການປົກປ້ອງຕົວເອງຈາກການຕິດເຊື້ອໄວຣັສ໌ຕັບອັກເສບບີ້?
ເນື່ອງຈາກວ່າ ໄວຣັສ໌ຕັບອັກເສບບີ້ ສາມາດຕິດຕໍ່ຜ່ານທາງກະແສເລືອດ ແລະ ທາດແຫຼວໃນຮ່າງກາຍທີ່ຕິດເຊື້ອ, ມີສິ່ງຕ່າງໆທີ່ງ່າຍດາຍຊຶ່ງທ່ານສາມາດເຮັດໃຫ້ເພື່ອປ້ອງກັນທ່ານຈາກການຕິດເຊື້ອທີ່ອາດຈະເກີດຂຶ້ນໄດ້ ຈົນກວ່າການສັກວັກຊີນຈະສຳເລັດສົມບູນ ດັ່ງຕໍ່ໄປນີ້:

  • ຫຼີກລ່ຽງການສໍາພັດເລືອດ ຫຼື ຂອງແຫຼວຈາກຮ່າງກາຍຂອງຜູ່ອື່ນໂດຍກົງ 
  • ໃຊ້ຖົງຢາງອານາໄມກັບຄູ່ຮ່ວມເພດ 
  • ຫຼີກລ່ຽງຢາຜິດກົດໝາຍ ແລະ ການໃຊ້ຢາສັ່ງແບບຜິດວິທີ, ລວມທັງ ການສັກຢາເຫຼົ່ານັ້ນ 
  • ຫຼີກລ່ຽງການໃຊ້ຂອງແຫຼມຮ່ວມກັນ ເຊັ່ນ: ມີດແຖໜວດ, ແປງຖູແຂ້ວ, ຕຸ້ມຫູ ແລະ ມີດຕັດເລັບ 
  • ຈົ່ງແນ່ໃຈວ່າ ເຂັມສັກຢາ ແລະ ອຸປະກອນທີ່ໃຊ້ສໍາລັບປີ່ນປົວ, ເຄື່ອງມືຂອງທັນຕະແພດ, ການຝັງເຂັມ, ສັກລາຍ, ການແທງຫູ ແລະ ແທງຕາມຮ່າງກາຍແມ່ນໄດ້ຂ້າເຊື້ອ 
  • ໃສ່ຖົງມື ແລະ ໃຊ້ນໍ້າຢາລ້າງບາດສົດ ແລະ ນໍ້າ ເພື່ອອະນາໄມເລືອດທີ່ຍ້ອຍ 
  • ລ້າງມືຂອງທ່ານໃຫ້ສະອາດດ້ວຍສະບູ ແລະ ນໍ້າໃຫ້ທົ່ວ ຫຼັງຈາກສໍາພັດ ຫຼື ອະນາໄມເລືອດ 
  • ສິ່ງສໍາຄັນທີສຸດ, ຈົ່ງແນ່ໃຈວ່າ ທ່ານໄດ້ຮັບວັກຊີນຕັບອັກເສບ ບີ້!

Prevention and Vaccination

How can I get hepatitis B?
Hepatitis B is an infectious disease caused by a virus that is spread through blood. Listed below are the most common ways hepatitis B is passed to others:

  • Direct contact with infected blood or infected bodily fluids 
  • From an infected mother to her newborn baby during pregnancy or delivery 
  • Unprotected sex with an infected partner 
  • Shared or re-used needles (for example, sharing needles for illegal drugs or re-using needles that are not properly sterilized for medicine, acupuncture, tattoos, or ear/body piercing) 
  • Unsterilized medical equipment or needles that may be used by roadside doctors, dentists or barbers


Is hepatitis B transmitted casually?
No, hepatitis B is not spread through casual contact. You cannot get hepatitis B from the air, hugging, touching, sneezing, coughing, toilet seats or doorknobs. You cannot get hepatitis B from eating or drinking with someone who is infected or from eating food prepared by someone who has hepatitis B.


Who is most likely to become infected with hepatitis B?
Although everyone is at some risk for getting hepatitis B, there are some people who are more likely to get infected. Your job, lifestyle, or just being born into a family with hepatitis B can increase your chances of being infected. Here are some of the most common "high risk" groups -- but please remember that this is not a complete list:

  • People who are married to or live in close household contact with someone who has hepatitis B. This includes adults and children.
  • People who were born countries where hepatitis B is common, or whose parents were born in countries where hepatitis B is common (Asia, parts of Africa and South America, Eastern Europe, and the Middle East). 
  • People who live in or travel to countries where hepatitis B is very common (Asia, parts of Africa and South America, Eastern Europe, and the Middle East).
  • Sexually active adults and teenagers 
  • Men who have sex with men 
  • Infants born to infected mothers 
  • Healthcare workers and others who are exposed to blood in their jobs.
  • Emergency personnel 
  • Patients who are on kidney dialysis
  • Residents and staff of group homes, institutions, or correctional facilities.
  • Recipients of blood transfusions before 1992, or more recent recipients of improperly screened blood
  • Injection drug users, past and present 
  • People who get tattoos or body piercing 
  • People who use roadside doctors, dentists or barbers

What are the recommendations for the hepatitis B vaccine?
The hepatitis B vaccine is recommended for all infants and children up to age 18 years by the World Health Organization (WHO) and the U.S. Centers for Disease Control and Prevention (CDC). The CDC also recommends that adults in high-risk groups be vaccinated.

The hepatitis B vaccine is a safe and effective vaccine that is recommended for all infants at birth and for children up to 18 years. The hepatitis B vaccine is also recommended for adults living with diabetes and those at high risk for infection due to their jobs, lifestyle, living situations, or country of birth. Since everyone is at some risk, all adults should seriously consider getting the hepatitis B vaccine for a lifetime protection against a preventable chronic liver disease.


Is the hepatitis B vaccine safe?
Yes, the hepatitis B vaccine is very safe and effective. In fact, it is the first “anti-cancer vaccine” because it can protect you from hepatitis B, which is the cause of 80% of all liver cancer in the world.

With more than one billion doses given throughout the world, medical and scientific studies have shown the hepatitis B vaccine to be one of the safest vaccines ever made.


Can I get hepatitis B from the vaccine?
No, you cannot get hepatitis B from the vaccine. The vaccine is made from a synthetic yeast product in a laboratory. The most common side effects are redness and soreness in the arm where the shot is given.


What is the hepatitis B vaccine schedule?
The hepatitis B vaccine is available at your doctor's office and local health department or clinic. Three doses are generally required to complete the hepatitis B vaccine series, although there is an accelerated two-dose series for adolescents age 11 through 15 years, and there is a new 2-dose vaccine that was approved by the U.S. Food and Drug Administration (FDA) for use in adults in 2017.

It is important to remember that babies born to infected mothers must receive the first dose of hepatitis B vaccine in the delivery room or within the first 12 hours of life.

  • 1st Shot - At any given time, but newborns should receive this dose in the delivery room
  • 2nd Shot - At least one month (or 28 days) after the 1st shot
  • 3rd Shot - Six months after the 1st shot (or at least 2 months after the 2nd shot)

There must be at least 16 weeks between the 1st and 3rd shot. If your vaccine schedule has been delayed, you do not need to start the series over, you can continue from where you have left off – even if there have been years between doses.

To be certain that you are protected against hepatitis B, ask for a simple blood test to check your “hepatitis B antibody titers” (HBsAb) which will confirm whether the vaccination was successful.


What else can I do to protect myself from hepatitis B?
Since hepatitis B is spread through infected blood and infected body fluids, there are several simple things that you can do to protect yourself from possible infection until your vaccination is complete:

  • Avoid touching blood or any bodily fluids directly 
  • Use condoms with sexual partners 
  • Avoid illegal drugs and prescription drug misuse, including injection of such drugs 
  • Avoid sharing sharp objects such as razors, toothbrushes, earrings, and nail clippers 
  • Make sure that sterile needles and equipment are used for medicine, the dentist, acupuncture, tattoos, ear and body piercing 
  • Wear gloves and use a fresh solution of bleach and water to clean up blood spills 
  • Wash your hands thoroughly with soap and water after touching or cleaning up blood 
  • Most importantly, make sure you receive the hepatitis B vaccine!