You’re invited to the 2024 Hepatitis B Foundation Gala on April 5, 2024 in Warrington, PA. Details here.

ຍິນດີຕ້ອນຮັບສູ່ ເວັບໄຊຂອງມູນນິທິພະຍາດໄວຣັສ໌ຕັບອັກເສບບີ້ລາວ

ໄວຣັສ໌ຕັບອັກເສບບີ້ ຖືກຮັບຮູ້ດີວ່າ ເປັນພະຍາດງຽບ ແລະ ຄົນສ່ວນໃຫຍ່ບໍ່ຮູ້ເລີຍວ່າ ພວກມັນເປັນພະຍາດຕິດແປດ. ເວັບໄຊນີ້ ໃຫ້ຂໍ້ມູນກ່ຽວກັບການປ້ອງກັນ, ການບົ່ງມະຕິພະຍາດ ແລະ ການຄຸ້ມຄອງໄວຣັສ໌ຕັບອັກເສບບີ້. ພວກເຮົາຢາກໃຫ້ທ່ານບອກຂໍ້ມູນນີ້ກັບໝູ່ຄູ່, ຄອບຄົວ ແລະ ບຸກຄົນອື່ນໃນຊຸມຊົນຂອງທ່ານ. ນີ້ແມ່ນບາງຢ່າງທີ່ສໍາຄັນທີ່ຈະຕ້ອງຈື່ຈໍາກ່ຽວກັບໄວຣັສ໌ຕັບອັກເສບບີ້:

  • ໄວຣັສ໌ຕັບອັກເສບບີ້ ບໍ່ແມ່ນພະຍາດສືບທອດທາງກໍາມະພັນ - ມັນເກີດມາຈາກໄວຣັສ໌. 

  • ມີຢາສັກທີ່ປອດໄພ ຊຶ່ງຈະປ້ອງກັນທ່ານຈາກການເປັນພະຍາດໄວຣັສ໌ຕັບອັກເສບບີ້ ເພື່ອປົກປ້ອງຊີວິດ. 

  • ການກວດເລືອດທີ່ງ່າຍດາຍຈະຊ່ວຍໃນການບົ່ງມະຕິພະຍາດໄວຣັສ໌ຕັບອັກເສບ B. 

  • ມີທາງເລືອກໃນການປິ່ນປົວພະຍາດ.

ໄວຣັສ໌ຕັບອັກເສບບີ້ ແມ່ນພະຍາດທີ່ເກີດຂຶ້ນທົ່ວໂລກ.
ພະຍາດໄວຣັສ໌ຕັບອັກເສບບີ້ ສາມາດຕິດແປດກັບຜູ່ໃດກໍ່ໄດ້ໃນທຸກອາຍຸ ຫຼື ທຸກຊົນເຜົ່າ, ແຕ່ວ່າ ພະຍາດຕັບອັກເສບບີ້ ພົບເຫັນສ່ວນໃຫຍ່ຢູ່ປະເທດອາຊີ, ອາຟຣິກາ ແລະ ອາເມລິກາເໜືອ, ຢຸໂຣບຕາເວັນອອກ, ແລະ ຕາເວັນອອກກາງ ຊຶ່ງເປັນບັນດາພາກພື້ນທີ່ມີຄວາມສ່ຽງສູງໃນການຕິດເຊື້ອ. ພະຍາດຕັບອັກເສບບີ້ ຍັງພົບເຫັນທົ່ວໄປໃນຄົນອາເມລິກາທີ່ເກີດ (ຫຼື ພໍ່ແມ່ເກີດ) ໃນພາກພື້ນເຫຼົ່ານີ້.

ມີຫຼາຍຮ້ອຍລ້ານຄົນໃນທົ່ວໂລກທີ່ເປັນພະຍາດຕັບອັກເສບບີ້. ຄົນສ່ວນໃຫຍ່ບໍ່ເຄີຍຮູ້ວ່າພວກເຂົາຕິດເຊື້ອ, ແລະ ບໍ່ມີອາການ - ແຕ່ວ່າມີຫຼາຍຢ່າງທີ່ສໍາຄັນທີ່ທ່ານຄວນຈະຮູ້. ການກວດຫາພະຍາດຕັບອັກເສບບີ້ ຈະສາມາດຮັກສາຊີວິດຂອງທ່ານໄດ້. ຖ້າທ່ານຮູ້ວ່າທ່ານມີພະຍາດຕັບອັກເສບບີ້, ທ່ານສາມາດເລືອກວິທີການໃຊ້ຊີວິດທີ່ເຮັດໃຫ້ຕັບແຂງແຮງ ແລະ ທ່ານສາມາດໄປພົບໝໍ ເພື່ອຊ່ວຍຄຸ້ມຄອງການກະຈາຍຂອງໄວຣັສ໌ ແລະ ປ້ອງກັນຕັບບໍ່ໃຫ້ໄດ້ຮັບອັນຕະລາຍ.

ມູນນິທິພະຍາດໄວຣັສ໌ຕັບອັກເສບບີ້ ແມ່ນອົງການຈັດຕັ້ງແຫ່ງຊາດທີ່ບໍ່ສະແຫວງຫາຜົນປະໂຫຍດ ມີຈຸດປະສົງໃນຄວາມພະຍາຍາມຫາວິທີທາງປິ່ນປົວຮັກສາ ແລະ ປັບປຸງຄຸນນະພາບຊີວິດຂອງປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ
ຈາກພະຍາດໄວຣັລ໌ຕັບອັກເສບບີ້ ໃນທົ່ວໂລກ ໂດຍຜ່ານການວິໄຈ, ການສຶກສາ ຄົ້ນຄ້ວາ ແລະ ການສະໜັບໜູນຮ່ວມມືຈາກຜູ້ປ່ວຍ.

ການປະຕິເສດຄວາມຮັບຜິດຊອບ: ຂໍ້ມູນທີ່ມີຢູ່ໃນເວັບໄຊນີ້ ແມ່ນມີຈຸດປະສົງເພື່ອການສຶກສາເທົ່ານັ້ນ. ມູນນິທິພະຍາດໄວຣັສ໌ ຕັບອັກເສບບີ້ ບໍ່ແມ່ນອົງການປິ່ນປົວສຸຂະພາບ. ກະລຸນາໂອ້ລົມກັບທ່ານໝໍຂອງທ່ານ ຫຼື ຜູ່ຈັດຫາການດູແລສຸຂະພາບທີ່ມີຄວາມຮູ້ກ່ຽວກັບພະຍາດດັ່ງກ່າວ ເພື່ອໃຫ້ຄໍາແນະນໍາກ່ຽວກັບການດູແລສຸຂະພາບ.

Welcome to the Laotian Chapter of the Hepatitis B Foundation Website

Hepatitis B is known as a silent disease, and most people don’t even know they are infected. This website contains information about preventing, diagnosing and managing hepatitis B. We encourage you to share this information with your friends, family and others in your community. Here are some important things to remember about hepatitis B:

  • Hepatitis B is not inherited - it is caused by a virus. 

  • There is a safe vaccine which will protect you from hepatitis B for life. 

  • There is a simple blood test to diagnose hepatitis B. 

  • There are treatment options.

Hepatitis B is a Global Disease
Hepatitis B can infect any person of any age or ethnicity, but people from parts of the world where hepatitis B is common, such as Asia, parts of Africa and South America, Eastern Europe, and the Middle East, are at much higher risk for getting infected. Hepatitis B is also common among Americans who were born (or whose parents were born) in these regions.

There are hundreds of millions of people worldwide who have hepatitis B. Most people don’t even know they are infected, and don’t have symptoms – but there are many important things you should know. Getting tested for hepatitis B can save your life. If you know you have hepatitis B, you can make lifestyle choices to keep your liver healthy and you can see a doctor to help manage the virus and prevent liver damage.

The Hepatitis B Foundation is a national nonprofit organization dedicated to finding a cure and helping to improve the quality of life for all those affected by hepatitis B worldwide through research, education and patient advocacy.

Disclaimer: The information that is provided on this website is for educational purposes only. The Hepatitis B Foundation is not a medical organization. Please talk to your doctor or a qualified health care provider for personal medical care and advice.