Leading scientists lined up for new online seminar series »click here» 

ຂໍ້ມູນທົ່ວໄປ 

ໄວຣັສ໌ຕັບອັກເສບບີ້ ແມ່ນຫຍັງ?
ໄວຣັສ໌ຕັບອັກເສບບີ້ ແມ່ນການຕິດເຊື້ອຢູ່ໃນຕັບທີ່ເກີດຂຶ້ນຫຼາຍທີ່ສຸດໃນທົ່ວໂລກ. ມັນເກີດຈາກໄວຣັສ໌ຕັບອັກເສບບີ້ (HBV) ຊຶ່ງເຂົ້າໄປທໍາລາຍຕັບ. ມັນສາມາດຕິດເຊື້ອຜ່ານທາງກະແສເລືອດ, ການມີເພດສໍາພັນທີ່ບໍ່ມີການປ້ອງກັນ, ໃຊ້ເຂັມຮ່ວມກັນ ຫຼື ໃຊ້ເຂັມທີ່ໃຊ້ແລ້ວ, ແລະ ຕິດເຊື້ອຈາກແມ່ໄປຫາລູກຂອງລາວໃນເວລາຖືພາ ຫຼື ອອກລູກ. ຜູ່ໃຫຍ່ທີ່ໄດ້ຮັບເຊື້ອທຸກຄົນສາມາດຫາຍຂາດຈາກການຕິດໄວຣັສ໌ຕັບອັກເສບບີ້ ໄດ້ ໂດຍບໍ່ມີບັນຫາໃດ. ເຖິງຢ່າງໃດກໍ່ຕາມ, ຜູ່ໃຫຍ່ບາງຄົນ, ເດັກນ້ອຍເກີດໃໝ່ ແລະ ເດັກນ້ອຍທີ່ໄດ້ຮັບເຊື້ອທຸກຄົນ ອາດຈະບໍ່ສາມາດຫາຍຂາດຈາກການຕິດໄວຣັສ໌ຕັບອັກເສບບີ້ ແລະ ຈະຕິດເຊື້ອຊໍ້າເຮື້ອ (ຈົນກວ່າຈະເສັຍຊີວິດ).

ຂ່າວດີແມ່ນ ມີວັກຊີນທີ່ປອດໄພ ໃນການປ້ອງກັນການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ແລະ ການປິ່ນປົວໃໝ່ໃຫ້ແກ່ຜູ່ທີ່ໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ ແລ້ວ.


ມີຈັກຄົນທີ່ໄດ້ຮັບຜົນກະທົບຈາກ ໄວຣັສ໌ຕັບອັກເສບບີ້?
ຢູ່ໃນທົ່ວໂລກ, ມີ 2 ຕື້ຄົນ (1 ໃນ 3 ຄົນ) ທີ່ໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້; ແລະ 257 ລ້ານຄົນເປັນຄົນເຈັບຕັບອັກເສບຊໍາເຮື້ອ (ຊຶ່ງໝາຍຄວາມວ່າ ພວກເຂົາບໍ່ສາມາດຫາຍຂາດຈາກໄວຣັສໄດ້).ປະມານ 700,000 ຄົນ ເສຍຊີວິດໃນແຕ່ລະປີຈາກໄວຣັສ໌ຕັບອັກເສບບີ້ ແລະ ອາການແຊກຊ້ອນຂອງມັນ.


ເປັນຫຍັງໄວຣັສ໌ຕັບອັກເສບບີ້ ຈຶ່ງພົບເຫັນຢູ່ຫຼາຍບ່ອນໃນທົ່ວໂລກ?
ໄວຣັສ໌ຕັບອັກເສບບີ້ ສາມາດຕິດແປດກັບບຸກຄົນຜູ່ໃດກໍ່ໄດ້ ໃນທຸກອາຍຸ ຫຼື ທຸກຊົນເຜົ່າ, ແຕ່ວ່າ ໄວຣັສ໌ຕັບອັກເສບບີ້ ພົບເຫັນສ່ວນໃຫຍ່ຢູ່ທະວີບ ອາຊີ, ອາຟຣິກາ ແລະ ອາເມລິກາເໜືອ, ຢຸໂຣບຕາເວັນອອກ, ແລະ ຕາເວັນອອກກາງ ຊຶ່ງເປັນບັນດາພາກພື້ນທີ່ມີຄວາມສ່ຽງສູງໃນການຕິດເຊື້ອ. ໄວຣັສ໌ຕັບອັກເສບບີ້ ຍັງພົບເຫັນທົ່ວໄປໃນຄົນອາເມລິກາທີ່ເກີດ (ຫຼື ພໍ່ແມ່ເກີດ) ໃນພາກພື້ນເຫຼົ່ານີ້.

ໄວຣັສ໌ຕັບອັກເສບບີ້ ແມ່ນພົບເຫັນໄດ້ທົ່ວໄປໃນບາງພາກພື້ນຂອງໂລກ ຍ້ອນວ່າມີຫຼາຍຄົນໄດ້ຕິດເຊື້ອ ໄວຣັສ໌ຕັບອັກເສບບີ້ແລ້ວ ໃນເຂດພາກພື້ນເຫຼົ່ານີ້. ໄວຣັສ໌ຕັບອັກເສບບີ້ ບໍ່ແມ່ນ “ພະຍາດຂອງຄົນເອເຊຍ” ຫຼື “ພະຍາດຂອງຄົນອັຟຣິກັນ”, ມັນກະທົບຕໍ່ຄົນຫຼາຍຮ້ອຍລ້ານຄົນຈາກພາກພື້ນນີ້ - ສະນັ້ນ ຈຶ່ງມີຄົນຫຼາຍຄົນທີ່ສາມາດສົ່ງໄວຣັສ໌ຕັບອັກເສບບີ້ ໄປໃຫ້ຄົນອື່ນ. ດັ່ງນັ້ນ ຈຶ່ງເພີ່ມຄວາມສ່ຽງຕໍ່ການຕິດເຊື້ອໃຫ້ແກ່ທ່ານ. ເນື່ອງຈາກວ່າ ມີຊາວຕາເວັນຕົກ ຈໍານວນໜ້ອຍທີ່ໄດ້ຮັບເຊື້ອ, ສະນັ້ນ ກຸ່ມຄົນເຫຼົ່ານີ້ມີຄວາມສ່ຽງໃນການຕິດເຊື້ອໄດ້ໜ້ອຍກວ່າ.

ຢູ່ໃນຫຼາຍພາກພື້ນ ທີ່ພົບໄວຣັສ໌ຕັບອັກເສບບີ້ ທົ່ວໄປ, ຜູ່ທີ່ໄດ້ຮັບເຊື້ອສ່ວນໃຫຍ່ແມ່ນເດັກນ້ອຍເກີດໃໝ່ ທີ່ໄດ້ຮັບເຊື້ອຈາກແມ່ ຊຶ່ງບໍ່ຮູ້ວ່າລາວໄດ້ສົ່ງໄວຣັສ໌ເຂົ້າໃຫ້ລູກຂອງລາວໃນເວລາໃຫ້ກໍາເນີດ. ເດັກອ່ອນ ຍັງມີຄວາມສ່ຽງຖ້າວ່າພວກເຂົາອາໃສຢູ່ໃກ້ຊິດກັບສະມາຊິກໃນຄອບຄົວທີ່ໄດ້ຮັບເຊື້ອ. ເດັກນ້ອຍເກີດໃໝ່ ແລະ ເດັກນ້ອຍ ມີແນວໂນ້ມທີ່ຈະໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ຂັ້ນຮຸນແຮງ ຍ້ອນລະບົບພູມຕ້ານທານທີ່ຍັງໜຸ່ມນ້ອຍຂອງພວກເຂົາມີບັນຫາໃນການຕ້ານກັບໄວຣັສ໌.

ຖ້າວ່າທ່ານ ຫຼື ຄອບຄົວຂອງທ່ານ ແມ່ນມາຈາກພື້ນທີ່ໃນແຜນທີ່ ທີ່ເປັນສີດໍາເຂັ້ມ, ທ່ານອາດຈະໄດ້ຮັບຄວາມສ່ຽງຫຼາຍກວ່າໃນການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ແລະ ຄວນຈະລົມກັບທ່ານໝໍກ່ຽວກັບການກວດຊອກຫາພະຍາດ.

map 3 04 global 002


ເປັນຫຍັງຂ້ອຍຄວນຈະວິຕົກກັງວົນກ່ຽວກັບຕັບອັກເສບ B?
ຕັບອັກເສບ B ຂັ້ນຮຸນແຮງ ສາມາດນໍາໄປສູ່ການເປັນພະຍາດກ່ຽວກັບຕັບຂັ້ນຮ້າຍແຮງ ເຊັ່ນ: ຕັບແຂງ ຫຼື ມະເຮັງຕັບ. ສິ່ງສຳຄັນແມ່ນຕ້ອງໄປກວດ ຍ້ອນວ່າການບົ່ງມະຕິພະຍາດໄດ້ໄວເທົ່າໃດ ກໍ່ສາມາດໄດ້ຮັບການປິ່ນປົວໄດ້ໄວເທົ່ານັ້ນ ຊຶ່ງສາມາດຮັກສາຊີວິດຂອງທ່ານໄດ້. ນອກຈາກນັ້ນ, ຜູ່ທີ່ຕິດເຊື້ອ ຍັງສາມາດກະຈາຍໄວຣັສໄປໃຫ້ຄົນອື່ນໄດ້. ເນື່ອງຈາກວ່າ ຄົນສ່ວນໃຫຍ່ບໍ່ຮູ້ວ່າພວກເຂົາໄດ້ຮັບເຊື້ອ, ດັ່ງນັ້ນ ພວກເຂົາຈຶ່ງແຜ່ເຊື້ອໃຫ້ຄົນອື່ນຫຼາຍຄົນແບບບໍ່ຮູ້ໂຕ. ຖ້າວ່າພວກເຂົາບໍ່ໄປກວດ, ຕັບອັກເສບ B ສາມາດແຜ່ເຊື້ອໄປໃຫ້ຫຼາຍເຊັ່ນຄົນໃນຄອບຄົວໜຶ່ງ ແລະ ທົ່ວຊຸມຊົນ.

ມີເລື່ອງຊາລືກັນໄປວ່າ ຕັບອັກເສບ B ສາມາດ “ສືບທອດທາງກໍາມະພັນ” ເນື່ອງຈາກວ່າ ຫຼາຍເຊັ່ນຄົນໃນຄອບຄົວໜຶ່ງອາດຈະໄດ້ຮັບເຊື້ອ. ແຕ່ວ່າ ຕັບອັກເສບ B ບໍ່ແມ່ນພະຍາດທາງກໍາມະພັນ -- ຕັບອັກເສບ B ແມ່ນເກີດມາຈາກໄວຣັສ, ຊຶ່ງສ່ວນໃຫຍ່ຈະຕິດຕໍ່ຜ່ານສະມາຊິກໃນຄອບຄົວຈາກແມ່ຫາລູກ ຫຼື ຈາກການສໍາພັດທາງເລືອດຢູ່ໃນຄອບຄົວແບບບັງເອີນ. ບັນດາຄອບຄົວເຫຼົ່ານັ້ນ ສາມາດຢຸດວົງຈອນການຕິດເຊື້ອຈາກ ຕັບອັກເສບ B ໄດ້ໂດຍການເຂົ້າໄປກວດ, ສັກວັກຊີນປ້ອງກັນ ແລະ ປິ່ນປົວ.


ເປັນຫຍັງໄວຣັສ໌ຕັບອັກເສບບີ້ ຈຶ່ງເປັນອັນຕະລາຍ?
ໄວຣັສ໌ຕັບອັກເສບບີ້ ແມ່ນມີອັນຕະລາຍ ຍ້ອນວ່າມັນແມ່ນ “ພະຍາດງຽບ” ທີ່ສາມາດຕິດຕໍ່ຈາກຄົນສູ່ຄົນໂດຍບໍ່ຮູ້ໂຕ.ຄົນສ່ວນໃຫຍ່ທີ່ຕິດເຊື້ອໄວຣັສ໌ຕັບອັກເສບບີ້ ແມ່ນບໍ່ຮູ້ວ່າພວກເຂົາຕິດເຊື້ອ ແລະ ສາມາດກະຈາຍໄວຣັສ໌ໃຫ້ຄົນອື່ນໂດຍບໍ່ຮູ້ໂຕຜ່ານທາງກະແສເລືອດ ແລະ ທາດແຫລວໃນຮ່າງກາຍທີ່ຕິດເຊື້ອ. ສໍາລັບຜູ່ທີ່ຕິດເຊື້ອຊໍາເຮື້ອ ຈະມີຄວາມສ່ຽງເຮັດໃຫ້ຕັບຖືກທໍາລາຍເພີ່ມຂຶ້ນ, ເປັນພະຍາດຕັບແຂງ ແລະ/ຫຼື ມະເຮັງຕັບໃນຕອນທ້າຍຂອງຊີວິດ. ໄວຣັສ໌ສາມາດເຂົ້າຫາຕັບໄດ້ຢ່າງວ່ອງໄວ ແລະ ຕໍ່ເນື່ອງໃນໄລຍະເວລາຫຼາຍປີ ໂດຍທີ່ບໍ່ສາມາດສືບຫາໄດ້.


ໄວຣັສ໌ຕັບອັກເສບບີ້ ແບບກະທັນຫັນເປັນແນວໃດ?
ການຕິດເຊື້ອໄວຣັສ໌ຕັບອັກເສບບີ້ແບບກະທັນຫັນ ອາດຈະຢູ່ໄດ້ຮອດຫົກເດືອນ (ມີ ຫຼື ບໍ່ມີອາການ) ແລະ ຄົນທີ່ຕິດເຊື້ອສາມາດກະຈາຍໄວຣັສ໌ໄປໃຫ້ຄົນອື່ນໃນໄລຍະເວລາດັ່ງກ່າວນີ້.

ອາການຕິດເຊື້ອແບບກະທັນຫັນ ອາດຈະມີອາການເຫຼົ່ານີ້: ການເບື່ອອາຫານ, ປວດຄໍ່ກະດູກ ແລະ ກ້າມເນື້ອ, ເປັນໄຂ້ຕໍ່າ, ແລະ ອາດຈະມີອາການເຈັບທ້ອງ. ເຖິງວ່າ ຄົນສ່ວນໃຫຍ່ຈະບໍ່ສະແດງອາການ, ພວກເຂົາສາມາດສະແດງອາການໄດ້ພາຍໃນ 60-150 ວັນ ຫຼັງຈາກຕິດເຊື້ອ, ໂດຍສະເລ່ຍແມ່ນ 3 ເດືອນ. ບາງຄົນອາດຈະມີອາການຮຸນແຮງຂຶ້ນ ເຊັ່ນ: ວິນຫົວ, ຮາກ, ຕົວເຫຼືອງ (ຕາ ແລະ ຜີວໜັງເຫຼືອງ), ຫຼື ທ້ອງໄຂ່ ຊຶ່ງພວກເຂົາຈະຕ້ອງໄດ້ເຂົ້າຮັບການດູແລສຸຂະພາບຈາກທ່ານໝໍ.

ການກວດເລືອດແບບງ່າຍໆກໍ່ສາມາດບອກໄດ້ວ່າ ບຸກຄົນດັ່ງກ່າວມີໄວຣັສ໌ຕັບອັກເສບບີ້ ຢູ່ໃນເລືອດຂອງພວກເຂົາຫຼືບໍ່. ຖ້າວ່າທ່ານໄດ້ຮັບການບົ່ງມະຕິພະຍາດວ່າ ມີໄວຣັສ໌ຕັບອັກເສບບີ້ແບບກະທັນຫັນ, ທ່ານໝໍຈະຕ້ອງກວດເລືອດຂອງທ່ານອີກຄັ້ງໜຶ່ງໃນໄລຍະ 6 ເດືອນ ເພື່ອກວດພົບວ່າທ່ານດີຂຶ້ນບໍ່, ຫຼືວ່າທ່ານໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ. ຈົນກວ່າທ່ານໝໍດູແລສຸຂະພາບຂອງທ່ານຈະຢັ້ງຢືນວ່າ ທ່ານບໍ່ມີໄວຣັສ໌ຕັບອັກເສບບີ້ ໃນເລືອດອີກຕໍ່ໄປ, ສິ່ງສໍາຄັນແມ່ນຈະຕ້ອງປົກປ້ອງຄົນອື່ນຈາກການຕິດເຊື້ອທີ່ອາດເກີດຂຶ້ນໄດ້. ນອກຈາກນັ້ນ ສິ່ງສໍາຄັນແມ່ນຕ້ອງໃຫ້ຄູ່ຮ່ວມເພດສໍາພັນ ແລະ ສະມາຊິກໃນຄອບຄົວຂອງທ່ານ (ຫຼື ຜູ່ທີ່ອາໃສຢູ່ພາຍໃນຄົວເຮືອນທີ່ໃກ້ຊິດກັບທ່ານ) ໄດ້ຮັບການກວດຫາໄວຣັສ໌ຕັບອັກເສບບີ້. ຖ້າວ່າພວກເຂົາບໍ່ໄດ້ຮັບເຊື້ອ - ແລະບໍ່ໄດ້ຮັບວັກຊີນໄວຣັສ໌ຕັບອັກເສບບີ້ - ພວກເຂົາຄວນຈະເລີ່ມໄດ້ຮັບການສີດວັກຊີນໄວຣັສ໌ຕັບອັກເສບບີ້ ຄົບຊຸດ.

ຜູ່ທີ່ມີໄວຣັສ໌ຕັບອັກເສບບີ້ ແບບກະທັນຫັນ ຈະບໍ່ມີຢາປິ່ນປົວໄວຣັສ໌ຕັບອັກເສບບີ້ ສະເພາະ - ບໍ່ມີການປິ່ນປົວການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຂັ້ນຮຸນແຮງ, ແລະ ຄົນສ່ວນໃຫຍ່ທີ່ໄດ້ຮັບເຊື້ອທີ່ເປັນຜູ່ໃຫຍ່ ຈະດີຂຶ້ນດ້ວຍຕົນເອງ. ບາງຄັ້ງ, ຄົນທີ່ມີອາການຂັ້ນຮຸນແຮງອາດຈະໄດ້ຮັບການເບິ່ງແຍງຢູ່ໂຮງໝໍ ເພື່ອຊ່ວຍເຫຼືອແບບທົ່ວໄປ. ການພັກຜ່ອນ ແລະ ການບໍລິຫານອາການເຈັບປ່ວຍ ແມ່ນເປົ້າໝາຍຫຼັກໃນການປິ່ນປົວສຸຂະພາບນີ້. ເຫດການທີ່ບໍ່ຄ່ອຍພົບເຫັນ ເອີ້ນວ່າ “ຕັບອັກເສບ ຫຼື ຕັບວາຍ” ສາມາດເກີດຂຶ້ນໄດ້ຈາກການຕິດເຊື້ອແບບກະທັນຫັນແບບໃໝ່ ແລະ ຕ້ອງການຄວາມເອົາໃຈໃສ່ດ້ານສຸຂະພາບທັນທີ, ແບບຮີບດ່ວນ ເນື່ອງຈາກວ່າ ຮ່າງກາຍຂອງບຸກຄົນດັ່ງກ່າວອາດຈະຖືກທໍາລາຍຈາກໄວຣັສ໌ຢ່າງກະທັນຫັນ.

ວິທີການງ່າຍໆໃນການດູແລຕັບຂອງທ່ານໃນໄລຍະທີ່ມີການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ແບບກະທັນຫັນ ແມ່ນຫຼີກລ່ຽງການກິນເຫລົ້າ, ຢຸດ ຫຼື ຫ້າມສູບຢາ, ກິນອາຫານເພື່ອສຸຂະພາບ, ຫຼີກລ່ຽງອາຫານມັນ ຫຼື ມີໄຂມັນ, ແລະ ປຶກສາກັບຜູ່ໃຫ້ການດູແລສຸຂະພາບຂອງທ່ານກ່ຽວກັບຢາທີ່ທ່ານຈະຕ້ອງກິນ (ການສັ່ງຢາ, ຢາທີ່ຊື້ຢູ່ຮ້ານຂາຍຢາ, ວິຕາມິນ ຫຼື ອາຫານເສີມທີ່ເປັນສະໝຸນໄພ) ເພື່ອໃຫ້ໝັ້ນໃຈວ່າ ພວກມັນປອດໄພກັບຕັບຂອງທ່ານ. ນີ້ແມ່ນເວລາທີ່ດີໃນການຖາມຄໍາຖາມຕ່າງໆທີ່ທ່ານຢາກຮູ້. ການໃຊ້ວິຕາມິນ ແລະ ອາຫານເສີມສຸຂະພາບຂອງຕັບ ອາດຈະບໍ່ຊ່ວຍໃຫ້ທ່ານອາການດີຂຶ້ນ ແລະ ອາດຈະທໍາລາຍຕັບຂອງທ່ານ ຫຼາຍກວ່າທີ່ຈະເຮັດໃຫ້ອາການດີຂຶ້ນ.

ຈົ່ງປະຕິບັດຕາມຄໍາແນະນໍາຂອງທ່ານໝໍຂອງທ່ານ ເພື່ອກວດເລືອດເພີ່ມເຕີມ ຊຶ່ງມີຄວາມຈໍາເປັນໃນການຢັ້ງຢືນອາການຂອງທ່ານຈາກການຕິດເຊື້ອແບບກະທັນຫັນ.
ໄວຣັສ໌ຕັບອັກເສບບີ້ຊໍາເຮື້ອເປັນແນວໃດ?
ຜູ່ທີ່ໄດ້ຮັບການກວດເລືອດ ແລະ ພົບໄວຣັສ໌ຕັບອັກເສບບີ້ ໃນໄລຍະເວລາຫຼາຍກວ່າຫົກເດືອນ (ຫຼັງຈາກການກວດເລືອດຄັ້ງທໍາອິດຂອງພວກເຂົາ) ແມ່ນຖືກບົ່ງມະຕິພະຍາດວ່າ ມີການຕິດເຊື້ອຊໍາເຮື້ອ. ນີ້ໝາຍຄວາມວ່າ ລະບົບພູມຕ້ານທານຂອງພວກເຂົາ ບໍ່ສາມາດຕໍ່ສູ້ກັບໄວຣັສ໌ຕັບອັກເສບບີ້ ໄດ້ ແລະ ເຊື້ອຍັງຢູ່ໃນກະແສເລືອດ ແລະ ຕັບຂອງພວກເຂົາ. ມີວິທີການທີ່ມີປະສິດທິຜົນໃນການປິ່ນປົວ ແລະ ຕິດຕາມການຕິດເຊື້ອຊໍາເຮື້ອ, ແຕ່ບໍ່ມີວິທີປິ່ນປົວໃຫ້ດີຖາວອນ. ຖ້າວ່າທ່ານໄດ້ຮັບເຊື້ອຊໍາເຮື້ອ, ໄວຣັສ໌ອາດຈະຍັງມີຢູໃນເລືອດຂອງທ່ານຕະຫຼອດຊີວິດ.

ຜູ່ທີ່ມີໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ສາມາດສົ່ງໄວຣັສໃຫ້ບຸກຄົນອື່ນແບບບໍ່ຮູ້ໂຕ. ໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ຍັງສາມາດເຮັດໃຫ້ເປັນພະຍາດຕັບຂັ້ນຮຸນແຮງ, ເຊັ່ນ: ຕັບແຂງ ຫຼື ມະເຮັງຕັບ. ບໍ່ແມ່ນທຸກຄົນທີ່ໄດ້ຮັບການຕິດເຊື້ອຊໍ້າເຮື້ອຈະເປັນພະຍາດຕັບຂັ້ນຮຸນແຮງ. ເຖິງຢ່າງໃດກໍ່ຕາມ, ພວກເຂົາກໍ່ມີໂອກາດຫຼາຍກວ່າຜູທີ່ບໍ່ໄດ້ຮັບເຊື້ອ.

ຄວາມສ່ຽງໃນການພັດທະນາການຕິດເຊື້ອໄວຣັສ໌ຕັບອັກເສບບີ້ຊໍາເຮື້ອ ແມ່ນກ່ຽວກັບອາຍຸທີ່ຄົນຜູ່ໜຶ່ງໄດ້ຮັບເຊື້ອຄັ້ງທໍາອິດດ້ວຍໄວຣັສ໌ຕັບອັກເສບບີ້:

  • 90% ຂອງເດັກນ້ອຍເກີດໃໝ່ທີ່ຕິດເຊື້ອ ແລະ ເດັກອ່ອນ ຈະພັດທະນາການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ
  • ຮອດ 50% ຂອງເດັກນ້ອຍທີ່ຕິດເຊື້ອ (1-5 ປີ) ຈະພັດທະນາການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ
  • 5-10% ຂອງຜູ່ໃຫຍ່ທີ່ໄດ້ຮັບເຊື້ອຈະພັດທະນາການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ (ນັ້ນແມ່ນ, 90% ຈະເຊົາ)

ຮຽນຮູ້ວ່າ ທ່ານມີການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ຊຶ່ງສາມາດເຮັດໃຫ້ໃຈຮ້າຍ. ຍ້ອນວ່າຄົນສ່ວນໃຫຍ່ທີ່ບໍ່ມີອາການ ແລະ ສາມາດບົ່ງມະຕິພະຍາດໄດ້ຫຼັງຈາກໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ ເປັນເວລາຮອດສິບປີ, ເມື່ອຖືກບົ່ງມະຕິພະຍາດວ່າ ໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ອາດຈະຮູ້ສຶກຕົກໃຈ ແລະ ປະຫລາດໃຈ. ຂ່າວດີແມ່ນ ຄົນສ່ວນໃຫຍ່ທີ່ມີໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ຄວນຄາດວ່າຈະດໍາລົງຊີວິດຢູ່ໄດ້ຍາວນານ ແລະ ມີສຸຂະພາບດີ.

ແມ່ຍິງຖືພາທີ່ໄດ້ຮັບເຊື້ອສາມາດກະຈາຍໄວຣັສ໌ໄປໃຫ້ລູກເກີດໃໝ່ໃນເວລາອອກລູກ. ດັ່ງນັ້ນ, ເນື່ອງຈາກວ່າຄວາມສ່ຽງໃນການໄດ້ຮັບເຊື້ອແລ້ວເປັນອັກເສບຕັບຊໍາເຮື້ອຂອງເດັກອ່ອນໃນເວລາເກີດແມ່ນມີສູງ, ທັງອົງການອານາໄມໂລກ (World Health Organization (WHO)) ແລະ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະຣັຖ (Centers for Disease Control and Prevention (CDC)) ແນະນໍາໃຫ້ເດັກອ່ອນທຸກຄົນໄດ້ຮັບວັກຊີນປ້ອງກັນໄວຣັສ໌ຕັບອັກເສບບີ້ ຄັ້ງທໍາອິດ ພາຍໃນ 12-24 ຊົ່ວໂລກ ຫຼັງຈາກເກີດຂຶ້ນມາ. ຖ້າວ່າທ່ານຖືກພາ ແລະ ທ່ານຮູ້ວ່າທ່ານຕິດເຊື້ອ, ທ່ານຕ້ອງໃຫ້ລູກຂອງທ່ານສັກວັກຊີນປ້ອງກັນໄວຣັສ໌ຕັບອັກເສບບີ້ ຄັ້ງທໍາອິດພາຍໃນ 12-24 ຊົ່ວໂມງຫຼັງຈາກເກີດອອກມາ!

ຍ້ອນວ່າບໍ່ມີຢາປິ່ນປົວການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ, ແຕ່ວ່າມີຢາບໍາບັດທີ່ມີປະສິດທິພາບທີ່ສາມາດຄວບຄຸມໄວຣັສ໌ຕັບອັກເສບບີ້ ໄດ້ ແລະ ສາມາດຢຸດການທໍາລາຍຕັບ. ນອກຈາກນັ້ນ ໃນອະນາຄົດອັນໃກ້ໆນີ້ ຍັງອາດຈະມີຢາໃໝ່ໆເກີດຂຶ້ນຈາກການວິໃຈທີ່ສາມາດປິ່ນປົວພະຍາດນີ້ໄດ້. ເຖິງວ່າຄວາມສ່ຽງໃນການພັດທະນາເປັນພະຍາດຕັບຂັ້ນຮຸນແຮງ ຫຼື ມະເຮັງຕັບ ຂອງຄົນທີ່ເປັນພະຍາດໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ແມ່ນມີສູງກວ່າຜູ່ທີ່ບໍ່ໄດ້ຮັບການຕິດເຊື້ອ, ແຕ່ຍັງມີສິ່ງງ່າຍດາຍຫຼາຍຢ່າງທີ່ຄົນຜູ່ໜຶ່ງສາມາດເຮັດໄດ້ເພື່ອຊ່ວຍໃຫ້ຫຼຸດຜ່ອນຄວາມສ່ຽງຂອງພວກເຂົາ.

  • ນັດພົບຊ່ຽວຊານສະເພາະທາງດ້ານຕັບ ຫຼື ຜູ່ໃຫ້ການເບິ່ງສຸຂະພາບ ເປັນປະຈໍາທຸກໆຫົກເດືອນ (ຫຼື ຢ່າງໜ້ອຍປີລະຄັ້ງ) ຊຶ່ງເປັນຜູ່ທີ່ມີຄວາມຮູ້ກ່ຽວກັບໄວຣັສ໌ຕັບອັກເສບບີ້ ເພື່ອໃຫ້ພວກເຂົາສາມາດຕິດຕາມສະພາບຕັບຂອງທ່ານ.
  • ໂອ້ລົມກັບຜູ່ຈັດຫາການດູແລສຸຂະພາບຂອງທ່ານວ່າ ການປິ່ນປົວການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອຂອງທ່ານ ຈະມີປະໂຫຍດໃນການປ້ອງກັນພະຍາດຕັບຂັ້ນຮຸນແຮງ ຫຼື ມະເຮັງຕັບຫຼືບໍ່.
  • ຕ້ອງໃຫ້ຜູ່ດູແລສຸຂະພາບຂອງທ່ານກວດສຸຂະພາບຂັດກອງຫາມະເຮັງຕັບຂັ້ນຕົ້ນໃນເວລາເຂົ້າໄປປຶກສາ ຍ້ອນວ່າການກວດຫາພະຍາດແຕ່ຫົວທີ ຈະສາມາດມີທາງເລືອກໃນການປິ່ນປົວໄດ້ຫຼາຍກວ່າ ແລະ ມີຊີວິດທີ່ຍືນຍາວກວ່າ.
  • ຫຼີກລ່ຽງ ຫຼື ດື່ມສິ່ງມຶນເມົາ ແລະ ສູບຢາໃຫ້ໜ້ອຍລົງ ຍ້ອນວ່າທັງສອງຢ່າງນັ້ນເຮັດໃຫ້ຕັບຂອງທ່ານເຮັດວຽກໜັກຂຶ້ນ.
  • ກິນອາການທີ່ດີຕໍ່ສຸຂະພາບ ໂດຍສະເພາະກິນຜັກໃຫ້ຫຼາຍໆ ຍ້ອນວ່າອາຫານປະເພດທອດ ແລະ ມີໄຂມັນ ຈະເຮັດໃຫ້ຕັບຂອງທ່ານເຮັດວຽກໜັກ.

“ຜູ່ຖືເຊື້ອຊໍາເຮື້ອ” ໝາຍຄວາມວ່າແນວໃດ?
ຖ້າວ່າມີຄົນໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ, ທ່ານໝໍຂອງພວກເຂົາອາດຈະໃຫ້ຄໍາເຫັນວ່າພວກເຂົາເປັນ “ຜູ່ ຖືເຊື້ອພະຍາດຊໍາເຮື້ອ”. ການເປັນ “ຜູ່ຖືເຊື້ອພະຍາດຊໍາເຮື້ອ” ໝາຍຄວາມວ່າ ທ່ານໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ, ທ່ານສາມາດກະຈາຍໄວຣັສ໌ໄປໃຫ້ຄົນອື່ນ, ແລະ ທ່ານຄວນຈະໄດ້ຮັບການຄຸ້ມຄອງການຕິດເຊື້ອຂອງທ່ານຈາກທ່ານໝໍ.

ໄວຣັສ໌ຕັບອັກເສບບີ້ ສາມາດປິ່ນປົວໄດ້ບໍ່?
ຄົນໜຸ່ມສ່ວນໃຫຍ່ຈະຟື້ນໂຕຈາກການໄດ້ຮັບເຊື້ອແບບກະທັນຫັນດ້ວຍຕົນເອງ ໂດຍບໍ່ຈໍາເປັນຕ້ອງມີການປິ່ນປົວ. ສໍາລັບໄວໜຸ່ມ, ເດັກນ້ອຍ ແລະ ເດັກອ່ອນ ຜູ່ທີ່ພັດທະນາເປັນການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ປັດຈຸບັນຈະບໍ່ມີການປິ່ນປົວ. ແຕ່ວ່າມີຂ່າວດີແມ່ນ ມີການປິ່ນປົວທີ່ສາມາດຊ່ວຍ ເຮັດໃຫ້ການທຳລາຍຕັບຊ້າລົງສໍາລັບຜູ່ທີ່ໄດ້ຮັບເຊື້ອຊໍາເຮື້ອ ໂດຍການເຮັດໃຫ້ການວິວັດຂອງໄວຣັສຊ້າລົງ. ຖ້າວ່າວິວັດການຂອງໄວຣັສ໌ຕັບອັກເສບບີ້ ຊ້າລົງ ຈະເຮັດໃຫ້ຕັບຖືກທໍາລາຍໜ້ອຍລົງ.
ດ້ວຍການວິໄຈໃໝ່ໆທີ່ໜ້າຕື່ນເຕັ້ນ, ມີຄວາມຫວັງຢ່າງຍິ່ງວ່າ ຈະມີການປິ່ນປົວໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອໃນອະນາຄົດອັນໃກ້ນີ້. ເຂົ້າ ເບິ່ງຢາ (Drug Watch) ເພື່ອຊອກລາຍຊື່ຢາຕ່າງໆທີ່ມີຄວາມເປັນໄປໄດ້ໃນການພັດທະນາ.


ໄວຣັສ໌ຕັບອັກເສບບີ້ ສາມາດປິ່ນປົວໄດ້ດ້ວຍວິທີໃດແດ່?
ສໍາລັບການຕິດເຊື້ອແບບກະທັນຫັນ ຈະບໍ່ມີຢາປິ່ນປົວນອກຈາກພັກຜ່ອນ ແລະ ກວດວິເຄາະເພື່ອປີ່ນປົວຕາມອາການຕ່າງໆ.

ສໍາລັບໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ, ມີການປິ່ນປົວຫຼາຍຢ່າງທີ່ສາມາດພົບເຫັນໄດ້. ສິ່ງສໍາຄັນແມ່ນໃຫ້ເຂົ້າໃຈວ່າ ບໍ່ແມ່ນທຸກຄົນທີ່ມີໄວຣັສ໌ຕັບອັກເສບບີ້ ຕ້ອງໄດ້ຮັບການປິ່ນປົວ. ແພດຂອງທ່ານຈະຊ່ວຍທ່ານຕັດສິນໃຈວ່າທ່ານຕ້ອງການຢາປິ່ນປົວ ຫຼືວ່າ ທ່ານສາມາດລໍຖ້າ ແລະ ຕິດຕາມອາການຂອງທ່ານ.

ມີຢາຕ້ານໄວຣັສ໌ຫຼາຍຊະນິດທີ່ສາມາດຫຼຸດຜ່ອນ ຫຼື ຢຸດໄວຣັສ໌ຕັບອັກເສບບີ້ ບໍ່ໃຫ້ມີບັນຫາແຊກຊ້ອນ ຊຶ່ງສາມາດຫຼຸດຜ່ອນການອັກເສບ ແລະ ທໍາລາຍຕັບ. ຢາຕ້ານໄວຣັສ໌ເຫຼົ່ານີ້ແມ່ນການກິນຢາມື້ລະເມັດເປັນເວລາຢ່າງໜ້ອຍ 1 ປີ, ແຕ່ສ່ວນຫຼາຍແລ້ວແມ່ນດົນກວ່ານັ້ນ. ມີຢາຕ້ານໄວຣັສ U.S. FDA 6 ຊະນິດ ທີ່ໄດ້ຖືກຮັບຮອງ, ແຕ່ວ່າມີແຕ່ຢາ “ແຖວໜ້າ” ສາມຊະນິດເທົ່ານັ້ນທີ່ຖືກແນະນໍາໃຫ້ໃຊ້: ທີໂນໂຟເວຍ ດີໂຊໂປຣຊິນ (tenofovir disoproxil, Viread/TDF), ທີໂນໂຟເວຍ ອາລາຟີນາໄມດ໌ (tenofovir alafenamide, Vemlidy/TAF) ແລະ ເອັນຕີຄາເວຍ໌ (entecavir8) (ບາຣາຄລູດ (Baraclude)). ຢາຕ້ານໄວຣັສແຖວໜ້າແມ່ນຢາທີ່ຖືກແນະນໍາ ຍ້ອນວ່າພວກມັນປອດໄພກວ່າ ແລະ ມີປະສິດທິຜົນທີ່ສຸດ. ສໍາລັບຜູ່ທີ່ບໍ່ຕອບສະໜອງຕໍ່ຢາ ຫຼື ບໍ່ໄດ້ໃຊ້ການປິ່ນປົວດ້ວຍຢາຕ້ານໄວຣັສ໌ແຖວໜ້າ, ມີຢາປະເພດອື່ນໆທີ່ເປັນທາງເລືອກຄື: ເທວບູວີດິນ (telbivudine) (ໄຕຊີກາ (Tyzeka), ຊີບີໂວ (Sebivo)), ອາດີໂຟເວຍ (adefovir) ດີປີໂວຊິນ (dipivoxil) (ເຮັບຊີຣາ (Hepsera)), ແລະ ລາມີວູດິນ (lamivudine) ອີປີເວຍ-HBV (Epivir-HBV), ຊີຟິສ (Zeffix), ເຮັບໂຕດິນ (Heptodin).

ເຖິງວ່າ FDA ໄດ້ຮັບຮອງຢາຕ້ານໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອເຫຼົ່ານີ້, ແຕ່ພວກມັນກໍ່ບໍ່ໄດ້ໃຫ້ການປິ່ນປົວແບບສົມບູນ. ເຖິງຢ່າງໃດກໍ່ຕາມ ພວກມັນສາມາດຫຼຸດຜ່ອນຄວາມສ່ຽງໄດ້ຫຼາຍ ຊຶ່ງຈະກ້າວໄປສູ່ການທຳລາຍຕັບ ແລະ ເປັນມະເຮັງຕັບ. ຢາຕ້ານໄວຣັສ໌ບໍ່ໄດ້ໝາຍຄວາມວ່າ ຈະເຮັດໃຫ້ພະຍາດຢຸດ ແລະ ເລີ່ມໃໝ່ ຊຶ່ງນີ້ແມ່ນເຫດຜົນທີ່ວ່າເປັນຫຍັງການປະເມີນຜົນໂດຍໝໍທີ່ມີຄວາມຮູ້ຈຶ່ງມີຄວາມສໍາຄັນຫຼາຍ ກ່ອນຈະເລີ່ມໄດ້ຮັບການປິ່ນປົວໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ.

ນອກຈາກນັ້ນ ຍັງມີຢາອິມມູໂນໂມດູເລເຕີ (immunomodulator) ທີ່ສົ່ງເສີມລະບົບພູມຕ້ານທານທີ່ຊ່ວຍຄວບຄຸມໄວຣັສ໌ຕັບອັກເສບບີ້. ພວກມັນແມ່ນຢາສັກຕະຫຼອດໄລຍະ 6 ເດືອນ ຫາ 1 ປີ. ຢາທີ່ສັ່ງຈ່າຍສ່ວນໃຫຍ່ແມ່ນປະກອບດ້ວຍ ອິນເຕີເຟີຣອນ ອານຟາ-2b (ອິນທຣອນເອ, Intron A) ແລະ ພີກູເລຕິດ ອິນເຟີຣອນ (pegylated interferon (ພີກາຊີສ, Pegasys).

ທ່ານ ແລະ ໝໍຂອງທ່ານ ຈະຕ້ອງປຶກສາຮ່ວມກັນເພື່ອຫາທາງເລືອກໃນການປິ່ນປົວກ່ອນຕັດສິນໃຈວ່າ ການປິ່ນປົວປະເພດໃດທີ່ດີທີ່ສຸດສໍາລັບທ່ານ. ສໍາລັບຫຼາຍຄົນ, ການປິ່ນປົວເຫຼົ່ານີ້ຈະຫຼຸດຜ່ອນ ຫຼືຢຸດ ໄວຣັສ໌ຕັບອັກເສບບີ້. ສິ່ງດັ່ງກ່າວນີ້ຈະເຮັດໃຫ້ຄົນເຈັບຮູ້ສຶກດີຂຶ້ນໃນພາຍສອງສາມເດືອນ ຍ້ອນວ່າການທໍາລາຍຂອງຕັບຈາກໄວຣັສແມ່ນຫຼຸດລົງ ຫຼືໃນບາງກໍລະນີແມ່ນກົງກັນຂ້າມ ເມື່ອກິນຢາໃນໄລຍະຍາວ.

ຕ້ອງການເຂົ້າເບິ່ງລາຍຊື່ຢາຂອງ FDA ທີ່ໄດ້ຮັບການຮັບຮອງ ແລະ ຢາທີ່ສາມາດປິ່ນປົວໄດ້ອື່ນໆທີ່ພັດທະນາສໍາລັບໄວຣັສ໌ຕັບອັກເສບບີ້, ໃຫ້ເຂົ້າໄປທີ່ Drug Watch.

General Information

What is hepatitis B?
Hepatitis B is the world's most common liver infection. It is caused by the hepatitis B virus (HBV), which attacks and injures the liver. It is transmitted through blood, unprotected sex, shared or re-used needles, and from an infected mother to her newborn baby during pregnancy or delivery. Most infected adults are able to get rid of the hepatitis B virus without any problems. However, some adults and most infected babies and children are unable to get rid of the virus and will develop chronic (life-long) infection.

The good news is that there is a safe vaccine to prevent a hepatitis B infection and new treatments for those already infected with hepatitis B.


How many people are affected by hepatitis B?
Worldwide, 2 billion people (1 out of 3 people) have been infected with hepatitis B; and 257 million people are chronically infected (which means they are unable to get rid of the virus). An estimated 700,000 people die each year from hepatitis B and its complications.


Why is hepatitis B more common in some parts of the world?
Hepatitis B can infect any person of any age or ethnicity, but people from parts of the world where hepatitis B is common, such as Asia, parts of Africa and South America, Eastern Europe, and the Middle East, are at much higher risk for getting infected. Hepatitis B is also common among Americans who were born (or whose parents were born) in these regions.

Hepatitis B is more common in certain regions of the world because there are so many more people already infected with hepatitis B in these regions. Although hepatitis B is not an "Asian disease" or an “African disease,” it affects hundreds of millions of people from these regions – so there are more people who can pass the hepatitis B virus on to others. This increases the risk that you could get infected. Since there is a smaller number of Westerners who are infected, this group has a lower risk of infection.

In regions where hepatitis B is common, people are usually infected as newborns - from a mother who unknowingly passes the virus to her baby during delivery. Young children are also at risk if they live in close daily contact with an infected family member. Babies and children are more likely to develop a chronic hepatitis B infection because their young immune systems have trouble getting rid of the virus.

If you, or your family, is from an area of the map that is darker blue, you might be at greater risk for hepatitis B infection and should talk to a doctor about getting tested.

map 3 04 global 002

 

Why should I be concerned about hepatitis B?
Chronic hepatitis B can lead to serious liver disease such as cirrhosis or liver cancer. It's important to get tested because early diagnosis can lead to early treatment which can save your life. Also, people who are infected can spread the virus to others. Since most people don't know they are infected, they are unknowingly spreading it to many other people. If people are not tested, hepatitis B can pass through several generations in one family and throughout the community.

One common myth is that hepatitis B can be "inherited" since several generations in one family may be infected. But hepatitis B is NOT a genetic disease -- hepatitis B is caused by a virus, which is often transmitted among family members due to mother-to-child transmission or accidental household exposure to blood. Families can break the cycle of hepatitis B infection by getting tested, vaccinated and treated.


Why is hepatitis B so dangerous?
Hepatitis B is dangerous because it is a “silent infection” that can infect people without them knowing it. Most people who are infected with hepatitis B are unaware of their infection and can unknowingly pass the virus to others through their blood and infected bodily fluids. For those who become chronically infected, there is an increased risk of developing liver failure, cirrhosis and/or liver cancer later in life. The virus can quietly and continuously attack the liver over many years without being detected.


What is acute hepatitis B?
An acute hepatitis B infection may last up to six months (with or without symptoms) and infected persons are able to pass the virus to others during this time.

Symptoms of an acute infection may include loss of appetite, joint and muscle pain, low-grade fever, and possible stomach pain. Although most people do not experience symptoms, they can appear 60-150 days after infection, with the average being 3 months. Some people may experience more severe symptoms such as nausea, vomiting, jaundice (yellowing of the eyes and skin), or a bloated stomach that may cause them to see a health care provider.

A simple blood test can tell a person if the hepatitis B virus is in their blood. If you have been diagnosed with acute hepatitis B, the doctor will need to test your blood again in 6 months to figure out if you have recovered, or if you have developed a chronic hepatitis B infection. Until your health care provider confirms that your blood test shows that there is no more hepatitis B virus in your blood, it is important to protect others from a possible infection. It is also important to have your sexual partner(s) and family members (or those you live in close household contact with) tested for hepatitis B. If they have not been infected – and have not received the hepatitis B vaccine – then they should start the hepatitis B vaccine series.

People who have acute hepatitis B are not prescribed specific hepatitis B treatment – there is no treatment that will get rid of an acute hepatitis B infection, and most people infected as adults recover on their own. Sometimes, a person with severe symptoms may be hospitalized for general support. Rest and managing symptoms are the primary goals of this medical care. A rare, life-threatening condition called “fulminant hepatitis” can occur with a new acute infection and requires immediate, urgent medical attention since a person can go into sudden liver failure.

Simple tips for taking care of your liver during an acute hepatitis B infection are to avoid alcohol, stop or limit smoking, eat healthy foods, avoid greasy or fatty foods, and talk to your health care provider about any medications you are taking (prescriptions, over-the-counter medications, vitamins or herbal supplements) to make sure they are safe for your liver. This is a good time to ask any other questions you may have. The use of vitamins and liver health supplements will likely not assist your recovery and may actually cause more harm than good to the liver.

Be sure to follow-up with your health care provider for any additional blood tests that are needed to confirm your recovery from an acute infection.


What is chronic hepatitis B?
People who test positive for the hepatitis B virus for more than six months (after their first blood test result) are diagnosed as having a chronic infection. This means their immune system was not able to get rid of the hepatitis B virus and it still remains in their blood and liver. There are effective ways to treat and manage a chronic infection, but there is no cure. If you are chronically infected, the virus will likely remain in your blood for the rest of your life.

People who have chronic hepatitis B can unknowingly pass the virus on to others. Chronic hepatitis B can also lead to serious liver diseases, such as cirrhosis or liver cancer. Not every person who is chronically infected will develop serious liver disease. However, they have a greater chance than someone who is not infected.
The risk of developing a chronic hepatitis B infection is related to the age at which one first becomes infected with the hepatitis B virus:

  • 90% of infected newborns and babies will develop a chronic hepatitis B infection
  • Up to 50% of infected children (1-5 years) will develop a chronic hepatitis B infection
  • 5-10% of infected adults will develop a chronic hepatitis B infection (that is, 90% will recover)

Learning that you have a chronic hepatitis B infection can be very upsetting. Because most people do not have symptoms and can be diagnosed decades after their initial exposure to the hepatitis B virus, it can be a shock and a surprise to be diagnosed with a chronic hepatitis B infection. The good news is that most people with chronic hepatitis B should expect to live a long and healthy life.

Infected pregnant women can pass the virus to their newborns during childbirth. Therefore, since the risk of newborns becoming chronically infected at birth is high, both the World Health Organization (WHO) and the U.S. Centers for Disease Control and Prevention (CDC) recommend that all infants receive the first dose of the hepatitis B vaccine within 12-24 hours after birth. If you are pregnant and you know that you are infected, you can make sure that your baby gets the first dose of the hepatitis B vaccine within 12-24 hours after delivery!

While there is no cure for chronic hepatitis B infection, there are effective drug therapies that can control the hepatitis B virus and stop it from damaging the liver. There are also promising new drugs in the research phase that could provide a cure in the very near future. Although the risk of developing a serious liver disease or liver cancer is higher for those living with chronic hepatitis B than those who are not infected, there are still many simple things a person can do to help reduce their risk.

  • Schedule regular visits every six months (or at least every year) with a liver specialist or a health care provider who is knowledgeable about hepatitis B so they can monitor the health of your liver.
  • Talk to your health care provider about whether treatment for your chronic hepatitis B infection would be helpful in preventing serious liver disease or liver cancer.
  • Make sure that your health care provider screens you for liver cancer during your regular visits since early detection equals more treatment options and a longer life.
  • Avoid or limit alcohol and smoking since both cause a lot of stress to your liver.
  • Eat a healthy diet with lots of vegetables since fried, greasy foods are hard on your liver.

 

What does it mean to be a “chronic carrier”?
When someone has a chronic hepatitis B infection, their doctor may refer to them as being a “chronic carrier.” Being a “chronic carrier” means that you have a chronic hepatitis B infection, can pass the virus on to others, and you should be managed by a doctor for your infection.

Is there a cure for hepatitis B?
Most adults will recover from an acute infection on their own without the need for medication. For adults, children and infants who develop a chronic hepatitis B infection, there is currently no cure. But the good news is there are treatments that can help slow the progression of liver disease in chronically infected persons by slowing down the virus. If there is less hepatitis B virus being produced, then there is less damage being done to the liver.
With all of the new exciting research, there is great hope that a cure will be found for chronic hepatitis B in the near future. Visit our Drug Watch for a list of other promising drugs in development.


What options are there to treat my hepatitis B?
For an acute infection, there is generally no treatment other than rest and supportive measures to manage any symptoms.
For chronic hepatitis B, there are several treatments available. It is important to understand that not everyone with chronic hepatitis B needs treatment. Your doctor will help you decide if you need medication or if you can wait and monitor your condition.

There are several antiviral medications that slow down or stop the hepatitis B virus from replicating, which reduces the inflammation and damage to the liver. These antivirals are taken as a pill once a day for at least 1 year, usually longer. There are 6 U.S. FDA approved antivirals, but only three “first-line” antivirals are recommended: tenofovir disoproxil (Viread/TDF), tenofovir alafenamide (Vemlidy/TAF) and entecavir (Baraclude). First-line antivirals are recommended because they are safer and most effective. For people who do not respond to, or have access to, the first-line antiviral treatments, other options are available: telbuvidine (Tyzeka, Sebivo), adefovir dipivoxil (Hepsera), and lamivudine (Epivir-HBV, Zeffix, Heptodin).

Although the FDA has approved these antivirals for chronic hepatitis B, they do not provide a complete cure. They can, however, greatly decrease the risk of developing liver damage and liver cancer. Antivirals are not meant to be stopped and started, which is why a thorough evaluation by a knowledgeable doctor is so important before beginning treatment for chronic hepatitis B.

There are also immunomodulator drugs that boost the immune system to help control the hepatitis B virus. They are given as injections over 6 months to 1 year. The most commonly prescribed include interferon alfa-2b (Intron A) and pegylated interferon (Pegasys).

You and your doctor will need to discuss the treatment options before deciding which one, if any, is best for you. For many people, these medications will decrease or stop the hepatitis B virus. This results in patients feeling better within a few months because liver damage from the virus is slowed down, or even reversed in some cases, when taken long-term.

For a complete list of FDA approved drugs and other promising drugs in development for hepatitis B, visit our Drug Watch.