Our team assists with new WHO guidelines for treatment of hepatitis B -- read more here

ການກວດເລືອດຂອງໄວຣັສ໌ຕັບອັກເສບ ບີ້ 

ມີການກວດເລືອດຊອກຫາໄວຣັສ໌ຕັບອັກເສບບີ້ ບໍ?
ມີການກວດເລືອດໄວຣັສ໌ຕັບອັກເສບບີ້ ທີ່ງ່າຍດາຍ ທີ່ໝໍຂອງທ່ານ ຫຼື ຄລີນິກສຸຂະພາບ ສາມາດສັ່ງໄດ້ເອີ້ນວ່າ “ແຜນກວດເລືອດຫາເຊື້ອໄວຣັສ໌ຕັບອັກເສບບີ້”. ຕົວຢ່າງເລືອດນີ້ສາມາດເອົາໄດ້ຈາກຫ້ອງການຂອງທ່ານໝໍ.

ມີການກວດທົ່ວໄປ 3 ຢ່າງ ທີ່ສາມາດສ້າງແຜນກວດເລືອດນີ້.ບາງຄັ້ງ ທ່ານໝໍອາດຈະຂໍໃຫ້ທ່ານກວດເລືອດອີກຄັ້ງໜຶ່ງໃນໄລຍະຫົກເດືອນຫຼັງຈາກທ່ານເຂົ້າພົບໝໍຄັ້ງທໍາອິດ ເພື່ອຢັ້ງຢືນສະພາບຕັບອັກເສບ ບີ້ ຂອງທ່ານ.ຖ້າທ່ານຄຶດວ່າ ທ່ານໄດ້ຮັບເຊື້ອໄວຣັສ໌ຕັບອັກເສບ ບີ້ ໃນມໍ່ໆມານີ້, ມັນຕ້ອງໃຊ້ເວລາປະມານ 9 ອາທິດ ຈຶ່ງຈະສາມາດພົບໄວຣັສໃນເລືອດຂອງທ່ານໄດ້.

ການເຂົ້າໃຈໃນຜົນຂອງການກວດເລືອດໄວຣັສ໌ຕັບອັກເສບ ບີ້ ຂອງທ່ານ ອາດຈະມີຄວາມສັບສົນ, ສະນັ້ນ ທ່ານຕ້ອງການໝັ້ນໃຈກ່ຽວກັບການບົ່ງມະຕິພະຍາດຂອງທ່ານ - ທ່ານໄດ້ຮັບເຊື້ອໄວຣັສ໌ຕັບອັກເສບ ບີ້, ທ່ານເຊົາຈາກການຕິດເຊື້ອໄວຣັສ໌ຕັບ


ອັກເສບບີ້, ຫຼື ທ່ານຕິດເຊື້ອໄວຣັສ໌ຕັບອັກເສບບີ້ຊໍາເຮື້ອ ຫຼືບໍ່?
ນອກຈາກນັ້ນ, ຈະມີປະໂຫຍດຖ້າວ່າທ່ານຂໍເອົາສໍາເນົາເອກະສານທີ່ເປັນລາຍລັກອັກສອນກ່ຽວກັບຜົນຂອງການກວດເລືອດຂອງທ່ານ ເພື່ອໃຫ້ທ່ານເຂົ້າໃຈຢ່າງເລິກເຊິ່ງວ່າ ການກວດເລືອດອັນໃດທີ່ມີຄ່າບວກ ຫຼື ຄ່າລົບ.


ມີອັນໃດແດ່ໃນການກວດສາມຢ່າງ ທີ່ສ້າງເປັນ "ແຜນກວດເລືອດໄວຣັສ໌ຕັບອັກເສບບີ້"?
ແຜນກວດເລືອດເພື່ອຊອກຫາໄວຣັສ໌ຕັບອັກເສບບີ້ ຕ້ອງການເກັບຕົວຢ່າງເລືອດພຽງແຕ່ຕົວຢ່າງດຽວ ແຕ່ປະກອບດ້ວຍການກວດເລືອດສາມຢ່າງທີ່ມີຄວາມຈໍາເປັນໃນການບົ່ງມະຕິພະຍາດຄັ້ງສຸດທ້າຍ:

  • HBsAg (ສານກະຕຸ້ນການສ້າງສານຕໍ່ຕ້ານລັກສະນະພາຍນອກໄວຣັສ໌ຕັບອັກເສບບີ້) 
  • HBsAb ຫຼື ສານຕໍ່ຕ້ານ-HBs (ສານຕໍ່ຕ້ານໃນຮ່າງກາຍລັກສະນະພາຍນອກຂອງໄວຣັສ໌ຕັບອັກເສບບີ້) 
  • HBcAb ຫຼື ສານຕໍ່ຕ້ານ-HBc (ສານຕໍ່ຕ້ານໃນຮ່າງກາຍຂອງແກນໄວຣັສ໌ຕັບອັກເສບບີ້)

ສານກະຕຸ້ນການສ້າງສານຕໍ່ຕ້ານລັກສະນະພາຍນອກໄວຣັສ໌ຕັບອັກເສບບີ້ (HBsAg) ແມ່ນຫຍັງ?
ຜົນກວດ HBsAg "ທີ່ເປັນບວກ" ຫຼື “ເປັນລົບ” ມີຄວາມໝາຍວ່າ ບຸກຄົນດັ່ງກ່າວຕິດເຊື້ອໄວຣັສ໌ຕັບອັກເສບບີ້, ຊຶ່ງສາມາດເປັນການຕິດເຊື້ອແບບ "ແບບກະທັນຫັນ" ຫຼື "ຊໍາເຮື້ອ". ຄົນທີ່ຕິດເຊື້ອສາມາດກະຈາຍໄວຣັສ໌ໃຫ້ຄົນອື່ນໂດຍຜ່ານເລືອດຂອງພວກເຂົາ.


ສານຕໍ່ຕ້ານໃນຮ່າງກາຍລັກສະນະພາຍນອກຂອງໄວຣັສ໌ຕັບອັກເສບບີ້ (HBsAb ຫຼື ສານຕໍ່ຕ້ານ-HBs) ແມ່ນຫຍັງ?
ຜົນກວດ HBsAb (ຫຼື ສານຕໍ່ຕ້ານ-HBs) ທີ່ເປັນບວກ" ຫຼື “ເປັນລົບ” ສະແດງໃຫ້ເຫັນວ່າ ບຸກຄົນດັ່ງກ່າວມີຜົນຕອບຮັບຕໍ່ວັກຊີນໄວຣັສ໌ຕັບອັກເສບບີ້ ໄດ້ເປັນຢ່າງດີ ຫຼື ເຊົາຈາກການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ແບບກະທັນຫັນ. ຜົນໄດ້ຮັບນີ້ (ລວມທັງຜົນ HbsAg ທີ່ເປັນລົບ) ມີຄວາມໝາຍວ່າ ທ່ານມີພູມຕ້ານທານຕໍ່ (ໄດ້ຮັບການປົກປ້ອງຈາກ) ການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ໃນອະນາຄົດ.


ສານຕໍ່ຕ້ານແກນໄວຣັສ໌ຕັບອັກເສບບີ້ (hepatitis B core antibody - HBcAb) ແມ່ນມີອັນໃດແດ່)?
HBcAb ແມ່ນສານຕໍ່ຕ້ານໃນຮ່າງກາຍທີ່ແມ່ນສ່ວນໜຶ່ງຂອງໄວຣັສ໌ - ມັນບໍ່ໃຫ້ການປ້ອງກັນ. ຜົນກວດ " (ຫຼື ສານຕໍ່ຕ້ານ-HBc) "ທີ່ເປັນບວກ" ຫຼື “ເປັນລົບ” ສະແດງໃຫ້ເຫັນການຕິດເຊື້ອໃນອະດີດ ຫຼື ປັດຈຸບັນ. ການອະທິບາຍຜົນການກວດນີ້ແມ່ນຂຶ້ນກັບຜົນຂອງການກວດອີກສອງຢ່າງ. ການສະແດງໃຫ້ເຫັນດ້ວຍສານຕໍ່ຕ້ານໃນຮ່າງກາຍລັກສະນະພາຍນອກທີ່ໄດ້ຮັບການປ້ອງກັນ (HBsAb ທີ່ເປັນບວກ ຫຼື ສານຕໍ່ຕ້ານ-HBs) ສະແດງໃຫ້ເຫັນກ່ອນຈະມີການຕິດເຊື້ອ ແລະ ກັບຄືນສູ່ສະພາບປົກກະຕິ. ສໍາລັບບຸກຄົນທີ່ໄດ້ຮັບເຊື້ອຊໍາເຮື້ອ, ຈະປະກົດມີໄວຣັສ໌ (HBsAg ທີ່ເປັນບວກ).

Hepatitis B Blood Tests

Is there a blood test for hepatitis B?
There is a simple hepatitis B blood test that your doctor or health clinic can order called the “hepatitis B blood panel”. This blood sample can be taken in the doctor’s office.

There are 3 common tests that make up this blood panel.

Sometimes the doctor may ask to check your blood again six months after your first visit to confirm your hepatitis B status. If you think you have been recently infected with hepatitis B, it can take up to 9 weeks before the virus will be detected in your blood.
Understanding your hepatitis B blood test results can be confusing, so you want to be sure about your diagnosis – are you infected with hepatitis B, have you recovered from a hepatitis B infection, or do you have a chronic hepatitis B infection?

In addition, it is helpful if you request a written copy of your blood tests so that you fully understand which tests are positive or negative.


What three tests make up the "hepatitis B blood panel"?
The hepatitis B blood panel requires only one blood sample but includes three tests that are needed to make a final diagnosis:

  • HBsAg (hepatitis B surface antigen) 
  • HBsAb or anti-HBs (hepatitis B surface antibody) 
  • HBcAb or anti-HBc (hepatitis B core antibody)


What is the hepatitis B surface antigen (HBsAg)?
A "positive" or “reactive” HBsAg test result means that the person is infected with the hepatitis B virus, which can be an "acute" or a "chronic" infection. Infected people can pass the virus on to others through their blood.


What is the hepatitis B surface antibody (HBsAb or anti-HBs)?
A "positive" or “reactive” HBsAb (or anti-HBs) test result indicates that a person has either successfully responded to the hepatitis B vaccine or has recovered from an acute hepatitis B infection. This result (along with a negative HbsAg result) means that you are immune to (protected from) a future hepatitis B infection.


What is the hepatitis B core antibody (HBcAb)?
The HBcAb is an antibody that is part of the virus- it does not provide protection. A "positive" or "reactive" HBcAb (or anti-HBc) test result indicates a past or present infection. The interpretation of this test result depends on the results of the other two tests. Its appearance with the protective surface antibody (positive HBsAb or anti-HBs) indicates prior infection and recovery. For chronically infected persons, it will usually appear with the virus (positive HBsAg).