Our team assists with new WHO guidelines for treatment of hepatitis B -- read more here

ການຖືພາ ແລະ ໄວຣັສ໌ຕັບອັກເສບບີ້ 

ຖ້າຂ້ອຍຖືພາ ຂ້ອຍຈະໄດ້ຖືກກວດຫາໄວຣັສ໌ຕັບອັກເສບບີ້ ບໍ?
ແມ່ນແລ້ວ, ຜູ່ຍິງຖືພາທຸກຄົນຄວນຈະໄດ້ຮັບການກວດຫາໄວຣັສ໌ຕັບອັກເສບບີ້! ຖ້າວ່າຂ້ອຍຖືພາ, ຈົ່ງໝັ້ນໃຈວ່າແພດຂອງທ່ານກວດຫາໄວຣັສ໌ຕັບອັກເສບບີ້ ຂອງທ່ານ ກ່ອນລູກຂອງທ່ານຈະເກີດ.


ເປັນຫຍັງການກວດເຫຼົ່ານີ້ຈຶ່ງສໍາຄັນສໍາລັບຜູ່ຍິງຖືພາ?
ຖ້າຜົນກວດຂອງທ່ານເປັນບວກສໍາລັບໄວຣັສ໌ຕັບອັກເສບບີ້ ແລະ ທ່ານຖືພາ, ໄວຣັສ໌ສາມາດກະຈາຍໄປຫາລູກທີ່ເກີດໃໝ່ຂອງທ່ານໃນເວລາຖືພາ ຫຼື ໃນເວລາອອກລູກ. ຖ້າແພດຂອງທ່ານຮູ້ວ່າ ທ່ານມີໄວຣັສ໌ຕັບອັກເສບບີ້, ລາວສາມາດຈັດການເບິ່ງແຍງສຸຂະພາບທີ່ເໝາະສົມໃນຫ້ອງອອກລູກ ເພື່ອປ້ອງກັນລູກຂອງທ່ານຈາກການຕິດເຊື້ອ. ຖ້າວ່າບໍ່ປະຕິບັດຕາມຂັ້ນຕອນທີ່ເໝາະສົມ, ລູກຂອງທ່ານຈະມີໂອກາດສ່ຽງ 95% ໃນການເປັນໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ!


ການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຈະມີຜົນກະທົບຕໍ່ການຖືພາຂອງຂ້ອຍບໍ?
ການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ບໍ່ຄວນຈະເຮັດໃຫ້ເກີດບັນຫາໃຫ້ທ່ານ ຫຼື ລູກເກີດໃໝ່ຂອງທ່ານໃນເວລາຖືພາ. ສິ່ງສໍາຄັນແມ່ນແພດຂອງທ່ານຈະຕ້ອງຮູ້ວ່າ ມີການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ເພື່ອໃຫ້ລາວສາມາດຕິດຕາມສຸຂະພາບຂອງທ່ານ ແລະ ເພື່ອໃຫ້ລູກຂອງທ່ານສາມາດໄດ້ຮັບການປົກປ້ອງຈາກການຕິດເຊື້ອຫຼັງຈາກເກີດມາ.


ຖ້າວ່າຂ້ອຍຖືພາ ແລະ ມີໄວຣັສ໌ຕັບອັກເສບບີ້, ຂ້ອຍຈະສາມາດປົກປ້ອງລູກຂອງຂ້ອຍໄດ້ແນວໃດ?
ຖ້າທ່ານມີຜົນກວດໄວຣັສ໌ຕັບອັກເສບບີ້ ເປັນບວກ, ແພດຂອງທ່ານຄວນຈະກວດຫາສານກະຕຸ້ນການສ້າງສານຕໍ່ຕ້ານ-ອີ ເຮປາຕິດບີ້ (hepatitis ບີ້ e-antigen - HBeAg), ແລະ ຖ້າວ່າເປັນຄ່າບວກ, ທ່ານຄວນຈະກວດເລືອດຫາປະລິມານໄວຣັສ໌ຢູ່ໃນໄວຣັສ໌ຕັບອັກເສບບີ້ (ການບອກຈໍານວນ HBV DNA). ໃນບາງກໍລະນີ, ຜົນຈາກການກວດໃນຫ້ອງທົດລອງອາດຈະສະແດງປະລິມານໄວຣັສ໌ທີ່ສູງ. ໃນກໍລະນີເຫຼົ່ານີ້, ແພດຂອງທ່ານອາດຈະແນະນໍາໃຫ້ທ່ານກິນຢາຕ້ານໄວຣັສ໌ໃນໄລຍະສາມາດທີສາມ, ຊຶ່ງມີຄວາມປອດໄພໃນການຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອແກ່ລູກຂອງທ່ານໃນເວລາເກີດ.

ຖ້າທ່ານກວດໄວຣັສ໌ຕັບອັກເສບບີ້ ພົບວ່າເປັນຄ່າບວກ, ລູກເກີດໃໝ່ຂອງທ່ານຕ້ອງໄດ້ຮັບການສັກວັກຊີນສອງເຂັມທັນທີໃນຫ້ອງອອກລູກ:

  • ຢາວັກຊີນໄວຣັສຕັບອັກເສບບີ້ ເຂັມທໍາອິດ 
  • ໜຶ່ງເຂັມແມ່ນໂກຼບູລິນພູມຕ້ານທານໄວຣັສ໌ຕັບອັກເສບບີ້ (HBIG)

ຖ້າວ່າມີການໃສ່ຢາທັງສອງຢ່າງນີ້ຢ່າງຖືກຕ້ອງພາຍໃນ 12 ຊົ່ວໂມງທໍາອິດຫຼັງຈາກເກີດມາ, ເດັກນ້ອຍເກີດໃໝ່ມີໂອກາດຫຼາຍກວ່າ 90% ໃນການຖືກປົກປ້ອງຈາກການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ໃນຊົ່ວຊີວິດ.

ທ່ານຕ້ອງໝັ້ນໃຈວ່າ ລູກຂອງທ່ານໄດ້ຮັບຢາວັກຊີນໄວຣັສ໌ຕັບອັກເສບບີ້ ທີ່ເຫຼືອ 2-3 ຄັ້ງຕາມແຜນ. ການໃຊ້ຢາທຸກຄັ້ງຕ້ອງໃຫ້ສົມບູນ ເພື່ອໃຫ້ລູກຂອງທ່ານໄດ້ຮັບການປົກປ້ອງໄວຣັສ໌ຕັບອັກເສບບີ້ ຢ່າງເຕັມຫຼັກສູດ. ນອກຈາກນັ້ນ ສິ່ງສໍາຄັນແມ່ນ ເດັກນ້ອຍທີ່ເກີດມາຈາກແມ່ທີ່ມີ HBV-ເປັນບວກ ຈະໄດ້ຮັບການກວດຫາສານຕໍ່ຕ້ານໃນຮ່າງກາຍຫຼັງຈາກສັກຢາວັກຊີນເຂົ້າໄປພາຍໃນ 9-12 ເດືອນ ເພື່ອຢັ້ງຢືນວ່າ ເດັກນ້ອຍໄດ້ຮັບການປ້ອງກັນຈາກ HBV ແລະ ບໍ່ໄດ້ຮັບເຊື້ອ. ການກວດປະກອບດ້ວຍ HBsAg ແລະ ການກວດຫາສານຕໍ່ຕ້ານ-HBs.

ຈະບໍ່ມີໂອກາດທີສອງທີ່ຈະປ້ອງກັນເດັກນ້ອຍທີ່ເກີດໃໝ່ຂອງທ່ານ!

ການສັກວັກຊີນຢູ່ນອກສະຫະຣັຖ
ໃນຫຼາຍປະເທດ, ວັກຊີນເພັນຕາວາເລັນ (pentavalent), ການຮວບຮວມວັກຊີນ 5 ຊະນິດເຂົ້ານໍາກັນ ເພື່ອປ້ອງກັນພະຍາດຫ້າຊະນິດ (ຄໍຕີບ, ໄອໄກ່, ບາດທະຍັກ, Hib ແລະ ໄວຣັສ໌ຕັບອັກເສບບີ້) ທີ່ອາດຈະເກີດໃນເດັກນ້ອຍອາຍຸຫຼາຍກວ່າ 6 ອາທິດ, ແລະ ສາມາດເປັນໄດ້ຮອດອາຍຸ 1 ປີ. ເຂັມທໍາອິດຈະໄດ້ຮັບພາຍໃນ 6 ອາທິດ, ແລະ ເຂັມທີສອງ ແລະ ສາມ ຈະໄດ້ຮັບໃນອາທິດທີ 10 ແລະ 14 ຂອງອາຍຸ. ວັກຊີນເພັນຕາວາເລັນ ອາດຈະບໍ່ເສຍຄ່າສັກ ໂດຍການສະໜັບສະໜູນຂອງ Gavi, ກຸ່ມພັນທະມິດວັກຊີນ (Vaccine Alliance). ສອບຖາມສູນຄາວຕີ້ Gavi ເພື່ອເບິ່ງຢາ ແລະ ພູມຕ້ານທານທີ່ມີໃຫ້: http://www.gavi.org/country/.

ສໍາລັບເດັກນ້ອຍທີ່ເກີດຈາກແມ່ທີ່ມີໄວຣັສ໌ຕັບອັກເສບບີ້, ການລໍຖ້າສັກວັກຊີນເພັນຕາວາເລັນເຂັມທໍາອິດ ແມ່ນຊ້າເກີນໄປ ແລະ ຈະບໍ່ປ້ອງກັນລູກຈາກການຕິດເຊື້ອໃນເວລາກໍາເນີດ ຫຼື ພາຍໃນຫົກອາທິດທໍາອິດຫຼັງຈາກເກີດອອກມາ. ຜູ່ຍິງທີ່ມີໄວຣັສ໌ຕັບອັກເສບບີ້ ເປັນບວກ ມີແນວໂນ້ມທີ່ຈະກະຈາຍໄວຣັສ໌ໃຫ້ລູກຂອງລາວ, ຊຶ່ງເປັນຜູ່ທີ່ຈະໄດ້ຮັບເຊື້ອຊໍາເຮື້ອໃນພາຍຫຼັງ.

ອົງການ WHO ແນະນໍາໃຫ້ໄປສັກວັກຊີນໄວຣັສ໌ຕັບອັກເສບບີ້ ພາຍໃນ 24 ຊົ່ວໂມງຫຼັງຈາກເກີດອອກມາສໍາລັບເດັກນ້ອຍທຸກຄົນ. ວາງແຜນໄວ້ລ່ວງໜ້າ ແລະ ສອບຖາມກ່ຽວກັບຢາ ແລະ ມູນຄ່າຂອງການສັກຢາຄັ້ງດຽວ (ສັກຢາຮວມທຸກຢ່າງໃນເຂັມດຽວ), ສັກຢາວັກຊີນຫຼັງຈາກເກີດອອກມາໃໝ່, ເນື່ອງຈາກວ່າມັນບໍ່ແມ່ນພູມຕ້ານທານທີ່ Gavi ເປັນຜູ່ຈັດຫາໃຫ້. ນີ້ແມ່ນສິ່ງສໍາຄັນໂດຍສະເພາະກັບຜູ່ຍິງທີ່ມີຜົນໄວຣັສ໌ຕັບອັກເສບບີ້ ເປັນບວກ.

ຖ້າທ່ານບໍ່ໝັ້ນໃຈໃນສະຖານະພາບຂອງໄວຣັສ໌ຕັບອັກເສບບີ້ ຂອງທ່ານ, ຈົ່ງໝັ້ນໃຈວ່າໝໍຂອງທ່ານສາມາດກວດຫາເຊື້ອໄວຣັສ໌ຕັບອັກເສບບີ້ ຈາກທ່ານ!

ສໍາລັບເດັກນ້ອຍທີ່ບໍ່ໄດ້ຮັບວັກຊີນເພັນຕາວາເລັນ, ການສັກຢາຄັ້ງທໍາອິດເທື່ອດຽວ, ຕ້ອງສັກວັກຊີນ HBV ພາຍໃນ 12 ຊົ່ວໂມງຫຼັງຈາກເກີດອອກມາ, ຫຼັງຈາກນັ້ນສັກວັກຊີນໄວຣັສ໌ຕັບອັກເສບບີ້ ອີກ 2-3 ຄັ້ງສ່ວນທີ່ເຫຼືອແມ່ນດຳເນີນການຕາມແຜນ.
ສໍາລັບເດັກນ້ອຍທີ່ໄດ້ຮັບວັກຊີນເພັນຕາວາເລັນ, ວັກຊີນໄວຣັສ໌ຕັບອັກເສບບີ້ ເຂັມທໍາອິດ ຈະຕ້ອງສັກພາຍໃນ 12 ຊົ່ວໂມງຫຼັງຈາກເກີດອອກມາ, ແລະ ສັກວັກຊີນ HBV ຄັ້ງທີສອງ ແລະ ທີສາມ ຊຶ່ງຈະປະກອບດ້ວຍ ວັກຊີນເພັນຕາວາເລັນ ເຂັມທີ 1 ແລະ ເຂັມທີ 2.

*ໝາຍເຫດ: CDC ແນະນໍາໃຫ້ສັກວັກຊີນຄັ້ງທໍາອິດຂອງ HBV ທັງສອງເຂັມ ແລະ HBIG ພາຍໃນ 12 ຊົ່ວໂມງຫຼັງຈາກເກີດອອກມາ. HBIG ອາດຈະບໍ່ມີໃຫ້ໃນທຸກປະເທດ.


ຂ້ອຍຕ້ອງໄດ້ຮັບການປິ່ນປົວໃນເວລາທີ່ຂ້ອຍຖືພາບໍ່?
ການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ບໍ່ຄວນຈະເຮັດໃຫ້ເກີດບັນຫາໃຫ້ທ່ານ ຫຼື ລູກເກີດໃໝ່ຂອງທ່ານໃນເວລາຖືພາ.ສິ່ງສໍາຄັນແມ່ນແພດຂອງທ່ານຈະຕ້ອງຮູ້ວ່າ ມີການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ເພື່ອໃຫ້ລາວສາມາດຕິດຕາມສຸຂະພາບຂອງທ່ານ ແລະ ເພື່ອໃຫ້ລູກຂອງທ່ານສາມາດໄດ້ຮັບການປົກປ້ອງຈາກການຕິດເຊື້ອຫຼັງຈາກເກີດມາ. ຖ້າທ່ານອາດໄສຢູ່ນອກສະຫະຣັຖ ແລະ ບໍ່ແນ່ໃຈສະຖານະພາບຂອງໄວຣັສ໌ຕັບອັກເສບບີ້ ຂອງທ່ານ, ກະລຸນາສອບຖາມກັບໝໍຂອງທ່ານເພື່ອກວດຫາໄວຣັສ໌ຕັບອັກເສບບີ້ ຈາກທ່ານ.

ຖ້າບໍ່ສາມາດສັກວັກຊີນ HBV ທັນທີຫຼັງຈາກເກີດອອກມາ ແລະ HBIG ອາດຈະເກີດຂຶ້ນໃນຜູ່ຍິງທີ່ມີ HBeAg ເປັນບວກ ແລະ ມີປະລິມານໄວຣັສ໌ຫຼາຍ, ຈະເຮັດໃຫ້ກະຈາຍໄວຣັສ໌ຕັບອັກເສບບີ້ ໄປສູ່ລູກຂອງທ່ານ.

ຜູ່ຍິງທຸກຄົນທີ່ຖືກບົ່ງມະຕິພະຍາດວ່າເປັນໄວຣັສ໌ຕັບອັກເສບບີ້ ໃນເວລາຖືພາ ຄວນຈະຖືກແນະນໍາໃຫ້ເຂົ້າຮັບການດູແລຕິດຕາມຈາກແພດທີ່ມີຄວາມສາມາດໃນການຄຸ້ມຄອງການຕິດເຊື້ອໄວຣັສ໌ຕັບອັກເສບບີ້. ທ່ານໝໍຂອງທ່ານຄວນຈະປະຕິບັດການກວດໃນຫ້ອງທົດລອງເພີ່ມເຕີມ, ລວມທັງ ສານກະຕຸ້ນການສ້າງສານຕໍ່ຕ້ານ-ອີ ເຮປາຕິດ ບີ້ (hepatitis B e-antigen), ລະດັບຂອງ HBV DNA, ແລະ ກວດຫາໜ້າທີ່ການເຮັດວຽກຂອງຕັບ (ALT).

ລະດັບຂອງໄວຣັສ໌ທີ່ສູງກວ່າ 200,000 IU/mL ຫຼື 1 ລ້ານ cp/ml ສະແດງໃຫ້ເຫັນວ່າ ອາດຈະມີລະດັບຄວາມລົ້ມເຫຼວໃນການສັງລວມການສັກວັກຊີນທັນທີຫຼັງຈາກເກີດອອກມາ ແລະ HBIG. ອາດຈະແນະນໍາໃຫ້ມີການບໍາບັດດ້ວຍຢາຕ້ານໄວຣັສ໌ແຖວໜ້າ ເພື່ອຫຼຸດຜ່ອນປະລິມານຂອງໄວຣັສ໌ກ່ອນເກີດອອກມາ. ທີໂນໂຟເວຍ໌ (Tenofovir) ສະແດງໃຫ້ເຫັນວ່າມີຄວາມປອດໄພທັງໃນເວລາຖືພາ ແລະ ໃນເວລາແມ່ໃຫ້ລູກກິນນົມ. ໃນກໍລະນີທີ່ ທີໂນໂຟເວຍ໌ (tenofovir) ບໍ່ມີປະສິດທິພາບ, ທ່ານໝໍອາດຈະຂຽນສັ່ງຢາ ເທວບີວູດີນ (telbivudine) ຫຼື ລາມີວູດີນ (lamivudine). ການປິ່ນປົວດ້ວຍຢາຕ້ານໄວຣັສເລີ່ມທີ່ 28-32 ອາທິດ ແລະ ສືບຕໍ່ອີກ 3 ເດືອນ ຫຼັງຈາກເກີດລູກ.


ຂ້ອຍຕ້ອງໄດ້ຮັບການປິ່ນປົວຫຼັງຈາກຂ້ອຍອອກລູກບໍ່?
ຖ້າທ່ານໝໍສັ່ງຢາຕ້ານໄວຣັສໃຫ້ທ່ານໃນເວລາຖືພາ, ທ່ານຄວນຈະໄດ້ຮັບການຕິດຕາມເບິ່ງ ALT (SGPT) ທຸກໆ 3 ເດືອນ ເປັນເວລາ 6 ເດືອນ. ສິ່ງນີ້ຈະຊ່ວຍພິຈາລະນາວ່າ ທ່ານຄວນຈະສືບຕໍ່ໄດ້ຮັບການປິ່ນປົວດ້ວຍຢາຕ້ານໄວຣັສ໌ຫຼືບໍ່. ກະລຸນາຢ່າຢຸດກິນຢາຕ້ານໄວຣັສ໌ຂອງທ່ານ ຈົນກວ່າແພດຈະແນະນໍາໃຫ້ທ່ານຢຸດ, ຊຶ່ງອີງແລ້ວແຕ່ຜົນຂອງການກວດ. ສໍາລັບຜູ່ຍິງສ່ວນໃຫຍ່ທີ່ເຫັນວ່າ ຜົນຂອງການກວດຕິດຕາມບໍ່ປະກົດເຫັນການເຄື່ອນໄຫວຂອງພະຍາດ, ແພດຂອງທ່ານຈະແນະນໍາໃຫ້ເຂົ້າຕິດຕາມຢ່າງເປັນປົກກະຕິຈາກຊ່ຽວຊານຕັບ.

ໃນທຸກກໍລະນີ, ສິ່ງສໍາຄັນທີ່ສຸດແມ່ນ ແພດປະສູດຂອງທ່ານ ແລະ ແພດເບິ່ງແຍງເດັກເກີດໃໝ່ຂອງທ່ານ ຮູ້ຈັກສະພາບໄວຣັສ໌ຕັບອັກເສບບີ້ ຂອງທ່ານ ເພື່ອໃຫ້ໝັ້ນໃຈວ່າ ລູກເກີດໃໝ່ຂອງທ່ານໄດ້ຮັບວັກຊີນທີ່ເໝາະສົມໃນເວລາເກີດ ເພື່ອປ້ອງກັນການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ໃນໄລຍະຍາວ, ແລະ ທ່ານໄດ້ຮັບການດູແລຕິດຕາມຢ່າງເໝາະສົມ.


ຂ້ອຍສາມາດໃຫ້ນົມລູກຂອງຂ້ອຍໃນຂະນະທີ່ຂ້ອຍມີໄວຣັສຕັບອັກເສບບີ້ ໄດ້ບໍ?
ຜົນປະໂຫຍດຂອງການລ້ຽງລູກດ້ວຍນົມແມ່ ເຮັດໃຫ້ມີຄວາມສ່ຽງທີ່ສໍາຄັນຕໍ່ການຕິດເຊື້ອ, ຊຶ່ງມີໜ້ອຍທີ່ສຸດ. ນອກຈາກນັ້ນ, ເນື່ອງຈາກວ່າ ເພິ່ນແນະນໍາໃຫ້ເດັກນ້ອຍເກີດໃໝ່ທຸກຄົນໄດ້ຮັບວັກຊີນຕ້ານໄວຣັສ໌ຕັບອັກເສບບີ້ ທັນທີຫຼັງຈາກເກີດມາ, ຄວາມສ່ຽງທີ່ສໍາຄັນອື່ນໆແມ່ນຈະຫຼຸດລົງ. ມີຂໍ້ມູນທີ່ສະແດງໃຫ້ເຫັນ ທີໂນໂນເວຍ໌, ຊຶ່ງອາດຈະເຮັດໃຫ້ມີການສັ່ງຈ່າຍຢາສໍາລັບຄຸ້ມຄອງໄວຣັສ໌ຕັບອັກເສບບີ້ ຊຶ່ງມີຄວາມປອດໄພສໍາລັບຜູ່ຍິງທີ່ໃຫ້ລູກກິນນົມ.

Pregnancy and Hepatitis B

Should I be tested for hepatitis B if I am pregnant?
Yes, ALL pregnant women should be tested for hepatitis B! If you are pregnant, be sure your doctor tests you for hepatitis B before your baby is born.


Why are these tests so important for pregnant women?
If you test positive for hepatitis B and are pregnant, the virus can be passed on to your newborn baby during your pregnancy or during delivery. If your doctor is aware that you have hepatitis B, he or she can make arrangements to have the proper medications in the delivery room to prevent your baby from being infected. If the proper procedures are not followed, your baby has a 95% chance of developing chronic hepatitis B!


Will a hepatitis B infection affect my pregnancy?
A hepatitis B infection should not cause any problems for you or your unborn baby during your pregnancy. It is important for your doctor to be aware of your hepatitis B infection so that he or she can monitor your health and so your baby can be protected from an infection after it is born.


If I am pregnant and have hepatitis B, how can I protect my baby?
If you test positive for hepatitis B, your doctor should also test you for the hepatitis B e-antigen (HBeAg), and if positive, you should have a hepatitis B viral load blood test (HBV DNA quantification). In some cases, the laboratory test results may show a very high viral load. In these cases, your physician may recommend that you take an oral antiviral drug in the third trimester, which is safe to take to reduce the risk of infecting your newborn at birth.

If you test positive for hepatitis B, then your newborn must be given two shots immediately in the delivery room:

  • First dose of the hepatitis B vaccine 
  • One dose of hepatitis B immune globulin (HBIG)

If these two medications are given correctly within the first 12 hours of life, a newborn has more than a 90% chance of being protected against a lifelong hepatitis B infection.

You must make sure your baby receives the remaining 2-3 doses of the hepatitis B vaccine according to schedule. All doses must be completed in order for your infant to be fully protected against hepatitis B. It is also important that a baby born to an HBV-positive mother receive post-vaccination serologic testing at 9-12 months to confirm the baby is protected against HBV and is not infected. Tests include the HBsAg and anti-HBs titer test.

There is no second chance to protect your newborn baby!

Vaccination Outside the United States
In many countries, the pentavalent vaccine, a combination 5-in-one vaccine that protects against five diseases (diphtheria, pertussis, tetanus, Hib and hepatitis B) may be given to babies more than 6 weeks of age, and can be given up to 1 year of age. The first dose is given at 6 weeks, and the second and third doses are given at 10 and 14 weeks of age. The pentavalent vaccine may be made available free of charge with the support of Gavi, the Vaccine Alliance. Check the Gavi country hub to see the resources and immunizations that may be available: http://www.gavi.org/country/.

For babies born to mothers with hepatitis B, waiting for the first dose of the pentavalent vaccine is too late and will NOT protect the baby from becoming infected during birth or within the first six weeks of life. A woman who is hepatitis B positive is likely to pass the virus on to her baby, who will then be chronically infected.
WHO recommends the hepatitis B vaccine within 24 hours of birth for ALL babies. Plan ahead and inquire about the availability and cost of the monovalent (single), birth dose of the vaccine, as it is not a Gavi provided immunization. This is particularly important to women who are positive for hepatitis B.

If you are unsure of your hepatitis B status, please be sure your doctor tests you for hepatitis B!

For babies NOT receiving the pentavalent vaccine, the first dose of the monovalent, HBV vaccine must be given within 12 hours of birth, followed by the remaining 2-3 doses of the hepatitis B vaccine according to schedule.

For babies receiving the pentavalent vaccine, the first, monovalent dose of the hepatitis B vaccine is given within 12 hours of birth, and the second and third doses of the HBV vaccine will be included in dose 1 and dose 2 of the pentavalent vaccine.

*Note: CDC recommends both the first shot of the HBV vaccine and HBIG within 12 hours of birth. HBIG may not be available in all countries.


Do I need treatment during my pregnancy?
A hepatitis B infection should not cause any problems for you or your unborn baby during your pregnancy. It is important for your doctor to be aware of your hepatitis B infection so that he or she can monitor your health and so your baby can be protected from an infection after it is born. If you live outside of the U.S. and are unsure of your hepatitis B status, please ask your doctor to test you for hepatitis B.

Failure of the birth dose of the HBV vaccine and HBIG may occur in women who are HBeAg positive and have a very high viral load, allowing for the transmission of hepatitis B to your baby.

All women who are diagnosed with hepatitis B in pregnancy should be referred for follow up care with a physician skilled at managing hepatitis B infection. Your physician should perform additional laboratory testing, including hepatitis B e-antigen, HBV DNA level, and liver function tests (ALT).

A virus level greater than 200,000 IU/mL or 1 million cp/ml indicates a level where the combination of the birth dose of the vaccine and HBIG may fail. First-line, antiviral therapy with tenofovir may be recommended to reduce the viral load prior to birth. Tenofovir has been shown to be safe both during pregnancy and for breastfeeding mothers. In cases where tenofovir is not effective, doctors may prescribe telbivudine or lamivudine. Antiviral treatment begins at 28-32 weeks and continues 3 months postpartum.


Do I need treatment after my pregnancy?
If you are prescribed antivirals during pregnancy, you should have your ALT (SGPT) monitored every 3 months for 6 months. This will help determine if you should continue antiviral treatment. Please do not discontinue your antiviral medication unless the doctor advises you to, based upon test results. For most women whose follow up testing shows no signs of active disease, your physician will recommend regular monitoring with a liver specialist.

In all cases, it is very important that your obstetrician and your newborn’s pediatrician, are aware of your hepatitis B status to ensure that your newborn receives the proper vaccines at birth to prevent a lifelong hepatitis B infection, and that you receive appropriate follow up care.


Can I breastfeed my baby if I have hepatitis B?
The benefits of breastfeeding outweigh the potential risk of infection, which is minimal. In addition, since it is recommended that all infants be vaccinated against hepatitis B at birth, any potential risk is further reduced. There is data that shows that tenofovir, which may be prescribed to manage hepatitis B, is safe for breastfeeding women.