You’re invited to the 2024 Hepatitis B Foundation Gala on April 5, 2024 in Warrington, PA. Details here.

ການດໍາລົງຊີວິດດ້ວຍໄວຣັສ໌ຕັບອັກເສບບີ້ 

ຂ້ອຍຈະເຊົາຈາກການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຫຼືບໍ?
ຄົນໄວໜຸ່ມທີ່ມີສຸຂະພາບແຂງແຮງ ຜູ່ທີ່ໄດ້ຮັບເຊື້ອໃໝ່ໆຈະສາມາດເຊົາໄດ້ໂດຍບໍ່ມີບັນຫາໃດໆ. ແຕ່ວ່າເດັກນ້ອຍເກີດໃໝ່ ແລະ ເດັກອ່ອນ ອາດຈະບໍ່ສາມາດເຊົາຈາກໄວຣັສ໌ໄດ້ຢ່າງສົມບູນ.

  • ຄົນໄວໜຸ່ມ – 90% ຂອງໄວໜຸ່ມທີ່ມີສຸຂະພາບແຂງແຮງ ຈະເຊົາຈາກການເປັນໄວຣັສ໌ ແລະ ໄດ້ຮັບການຟື້ນຟູສຸຂະພາບໂດຍບໍ່ມີບັນຫາໃດໆ; 10% ຈະພັດທະນາເປັນໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ. 
  • ເດັກທີ່ຍັງນ້ອຍ – ຈົນຮອດ 50% ຂອງເດັກທີ່ຍັງນ້ອຍ ທີ່ມີອາຍຸລະຫວ່າງ 1 ຫາ 5 ປີ ຜູ່ທີ່ໄດ້ຮັບເຊື້ອຈະພັດທະນາເປັນການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ.
  • ເດັກອ່ອນ – 90% ຈະກາຍເປັນແບບຊໍາເຮື້ອ; ມີພຽງແຕ່ 10% ເທົ່ານັ້ນທີ່ຈະສາມາດເຊົາຈາກໄວຣັສ໌.


ການຕິດເຊື້ອໄວຣັສ໌ຕັບອັກເສບບີ້ "ແບບກະທັນຫັນ" ແລະ "ແບບຊໍາເຮື້ອ" ມີຄວາມແຕກຕ່າງກັນແນວໃດ?
ການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຖືກພິຈາລະນາວ່າເປັນ “ແບບກະທັນຫັນ” ພາຍໃນໄລຍະ 6 ເດືອນ ຫຼັງຈາກຖືກໄວຣັສ໌. ນີ້ແມ່ນໄລຍະເວລາສະເລ່ຍທີ່ຈະໃຊ້ໃນການຟື້ນຕົວຈາກການຕິດເຊື້ອໄວຣັສ໌ຕັບອັກເສບບີ້.

ຖ້າທ່ານຍັງກວດພົບວ່າມີໄວຣັສ໌ຕັບອັກເສບບີ້ ເປັນບວກ (HBsAg+) ຫຼັງຈາກ 6 ເດືອນ, ທ່ານຈະຖືກພິຈາລະນາວ່າມີການຕິດເຊື້ອໄວຣັສ໌ຕັບອັກເສບບີ້ "ຊໍາເຮື້ອ", ຊຶ່ງສາມາດມີຢູ່ໃນຮ່າງກາຍຕະຫຼອດຊີວິດ.


ຂ້ອຍຈະເປັນໄຂ້ບໍ່ຖ້າຂ້ອຍໄດ້ຮັບໄວຣັສ໌ຕັບອັກເສບບີ້ ແບບກະທັນຫັນ?
ໄວຣັສ໌ຕັບອັກເສບບີ້ ແມ່ນ "ການຕິດເຊື້ອທີ່ເປັນໄພງຽບ” ຍ້ອນວ່າສ່ວນໃຫຍ່ມັນບໍ່ສະແດງອາການ. ຄົນສ່ວນໃຫຍ່ຮູ້ສຶກວ່າຕົນເອງແຂງແຮງ ແລະ ບໍ່ຮູ້ວ່າພວກເຂົາຕິດເຊື້ອ, ຊຶ່ງໝາຍຄວາມວ່າ ພວກເຂົາສາມາດກະຈາຍໄວຣັສ໌ໄປໃຫ້ຄົນອື່ນແບບບໍ່ຮູ້ໂຕ. ບາງຄົນອາດຈະມີອາການເລັກນ້ອຍ ເຊັ່ນ: ເປັນໄຂ້, ເມື່ອຍ, ປວດຕາມຂໍ້ ຫຼື ກ້າມເນື້ອ, ຫຼື ບໍ່ຢາກເຂົ້າ ຊຶ່ງເຂົ້າໃຈວ່າເປັນໄຂ້ຫວັດທໍາມະດາ.

ເກີດຂຶ້ນໄດ້ສ່ວນໜ້ອຍ ແຕ່ວ່າເປັນອາການທີ່ຮຸນແຮງກວ່າ ເຊັ່ນ: ວິນຫົວແຮງ ແລະ ຮາກ, ຕາ ແລະ ຜີວໜັງເຫຼືອງ (ເອີ້ນວ່າ “ຂີ້ໝາກເຫຼືອງ”), ແລະ ທ້ອງໄຂ່ - ອາການເຫຼົ່ານີ້ ຕ້ອງໄດ້ຮັບການປິ່ນປົວທັນທີ ແລະ ບຸກຄົນດັ່ງກ່າວນີ້ອາດຈະຕ້ອງໄດ້ພັກຟື້ນຢູ່ໃນໂຮງໝໍ.


ຂ້ອຍຈະຮູ້ໄດ້ແນວໃດວ່າຂ້ອຍເຊົາຈາກການຕິດເຊື້ອໄວຣັສ໌ຕັບອັກເສບບີ້ "ແບບກະທັນຫັນ "?
ເມື່ອໝໍຂອງທ່ານຢັ້ງຢືນດ້ວຍຜົນຂອງການກວດເລືອດວ່າ ຮ່າງກາຍຂອງທ່ານບໍ່ມີໄວຣັສອີກຕໍ່ໄປ ແລະ ຮ່າງກາຍຂອງທ່ານໄດ້ສ້າງສານຕໍ່ຕ້ານເພື່ອປົກປ້ອງທ່ານ (HBsAb+), ທ່ານຈະໄດ້ຮັບການປົກປ້ອງຈາກການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ໃນອະນາຄົດ ແລະ ຈະບໍ່ສາມາດແຜ່ເຊື້ອໃຫ້ຄົນອື່ນໄດ້ອີກ.


ຂ້ອຍຄວນຈະເຮັດແນວໃດຖ້າຂ້ອຍຖືກບົ່ງມະຕິພະຍາດວ່າມີໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ?
ຖ້າທ່ານກວດພົບເຫັນໄວຣັສຕັບອັກເສບບີ້ ທີ່ເປັນບວກ ເປັນໄວລາຫຼາຍກວ່າ 6 ເດືອນ, ສິ່ງດັ່ງກ່າວນີ້ສະແດງໃຫ້ເຫັນວ່າ ທ່ານມີການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ. ທ່ານຄວນຈະນັດໝໍຊ່ຽວຊານທາງດ້ານການປິ່ນປົວຕັບ (ຊ່ຽວຊານກ່ຽວກັບຕັບ), ຊ່ຽວຊານຜົ້ງທ້ອງ, ຫຼື ໝໍທີ່ຊໍານານກ່ຽບກັບໄວຣັສ໌ຕັບອັກເສບບີ້. ທ່ານໝໍຈະສັ່ງກວດເລືອດ ແລະ ເອໂກເບິ່ງຕັບ ເພື່ອປະເມີນວ່າ ໄວຣັສ໌ຕັບອັກເສບບີ້ ມີການເຄື່ອນໄຫວແນວໃດໃນຮ່າງກາຍຂອງທ່ານ, ແລະ ຕິດຕາມເບິ່ງສຸຂະພາບຕັບຂອງທ່ານ. ໝໍຂອງທ່ານອາດຈະຕ້ອງການພົບທ່ານປີລະຄັ້ງ ຫຼື ສອງຄັ້ງ ເພື່ອຕິດຕາມເບິ່ງໄວຣັສ໌ຕັບອັກເສບບີ້ ຂອງທ່ານ ແລະ ພິຈາລະນາວ່າ ທ່ານໄດ້ຮັບການປິ່ນປົວໄດ້ດີຫຼືບໍ່.
ຜູ່ທີ່ຕິດເຊື້ອແບບຊໍາເຮື້ອ ຄວນຈະໄປພົບແພດຂອງພວກເຂົາຢ່າງໜ້ອຍປີລະຄັ້ງ (ຫຼືເລື້ອຍກວ່ານັ້ນ) ເພື່ອເຂົ້າຮັບການດູແລຕິດຕາມສຸຂະພາບຢ່າງເປັນປົກກະຕິ, ເບິ່ງວ່າພວກເຂົາເລີ່ມໄດ້ຮັບການປິ່ນປົວຫຼືບໍ່. ເຖິງວ່າໄວຣັສ໌ຈະຢູ່ໃນໄລຍະທີ່ບໍ່ຄ່ອຍມີການເຄື່ອນໄຫວຫຼາຍ ໂດຍເຫັນວ່າມີການທໍາລາຍພຽງເລັກນ້ອຍ ຫຼື ບໍ່ມີການທໍາລາຍເລີຍ, ສິ່ງດັ່ງກ່າວນີ້ສາມາດປ່ຽນແປງໄດ້ຕາມໄລຍະເວລາ ຊຶ່ງນີ້ແມ່ນເຫດຜົນທີ່ການຕິດຕາມຢ່າງເປັນປົກກະຕິຈຶ່ງມີຄວາມສໍາຄັນ.

ຄົນສ່ວນໃຫຍ່ທີ່ໄດ້ຮັບເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ສາມາດມີຊີວິດໄດ້ຍືນຍາວ ແລະ ມີຕັບທີ່ແຂງແຮງ. ເມື່ອທ່ານຖືກບົ່ງມະຕິພະຍາດວ່າມີໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ, ໄວຣັສ໌ອາດຈະຢູ່ໃນເລືອດຂອງທ່ານ ແລະ ຕັບຂອງທ່ານຕະຫຼອດຊີວິດ. ສິ່ງສຳຄັນແມ່ນຕ້ອງຮູ້ວ່າ ທ່ານສາມາດກະຈາຍໄວຣັສ໌ໃຫ້ຄົນອື່ນ, ເຖິງວ່າທ່ານບໍ່ຮູ້ສຶກວ່າເຈັບປ່ວຍກໍ່ຕາມ. ນີ້ແມ່ນເຫດຜົນທີ່ເປັນຫຍັງຈຶ່ງມີຄວາມສໍາຄັນຫຼາຍໃນການໃຫ້ຄົນໃນຄົວເຮືອນທີ່ໃກ້ຊິດທຸກຄົນ ແລະ ຄູ່ຮ່ວມເພດ ໄດ້ຮັບການສັກວັກຊີນປ້ອງກັນໄວຣັສ໌ຕັບອັກເສບບີ້.

ການກວດສຸຂະພາບອັນໃດທີ່ຈະຖືກໃຊ້ເຂົ້າໃນການຕິດຕາມໄວຣັສ໌ຕັບອັກເສບບີ້ ຂອງຂ້ອຍ?
ການກວດທົ່ວໄປທີ່ທ່ານໝໍໃຊ້ ໃນການຕິດຕາມໄວຣັສ໌ຕັບອັກເສບບີ້ ຂອງທ່ານ ປະກອບດ້ວຍ ແຜນກວດເລືອດຊອກຫາພະຍາດໄວຣັສ໌ຕັບອັກເສບບີ້, ການກວດໜ້າທີ່ການເຮັດວຽກຂອງຕັບ (ALT, AST), ສານກະຕຸ້ນການສ້າງສານຕໍ່ຕ້ານ-ອີ ເຮປາຕິດ ບີ້ (HBeAg), ສານຕໍ່ຕ້ານໃນຮ່າງກາຍ-ອີ ເຮປາຕິດ ບີ້ (HBeAb), ການບອກຈໍານວນ DNA ໃນໄວຣັສ໌ຕັບອັກເສບບີ້ (ປະລິມານຂອງໄວຣັສ໌), ແລະ ການສຶກສາພາບຖ່າຍຂອງຕັບ (ຄື້ນສຽງ, FibroScan [Transient Elastography] ຫຼື CT ສະແກນ).


ມີວິທີປິ່ນປົວໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອບໍ?
ໃນປັດຈຸບັນ, ຍັງບໍ່ມີການປິ່ນປົວໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ, ແຕ່ຂ່າວດີແມ່ນ ມີການປິ່ນປົວທີ່ສາມາດຊ່ວຍຫລຸດຜ່ອນການຂະຫຍາຍຕົວຂອງພະຍາດຕັບໃນຜູ່ທີ່ຕິດເຊື້ອຊໍາເຮື້ອ ໂດຍການເຮັດໃຫ້ໄວຣັສ໌ວິວັດຊ້າລົງ. ຖ້າວ່າໄວຣັສ໌ຕັບອັກເສບບີ້ ວິວັດຊ້າລົງ ຈະເຮັດໃຫ້ຕັບຖືກທໍາລາຍໜ້ອຍລົງ. ບາງຄັ້ງ, ຢາເຫຼົ່ານີ້ສາມາດຂ້າໄວຣັສ໌ໄດ້ ເຖິງວ່າຈະບໍ່ເກີດຂຶ້ນເລື້ອຍໆກໍ່ຕາມ.

ດ້ວຍທຸກການວິໄຈໃໝ່ທີ່ໜ້າຕື່ນເຕັ້ນ, ມີຄວາມຫວັງຢ່າງຍິ່ງວ່າ ຈະສາມາດພົບວິທີປິ່ນປົວໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອໃນອະນາຄົດອັນໃກ້ນີ້. ເຂົ້າ ເບິ່ງຢາ (Drug Watch) ເພື່ອຊອກລາຍຊື່ຢາຕ່າງໆທີ່ມີຄວາມເປັນໄປໄດ້ໃນການພັດທະນາ.


ມີຢາປິ່ນປົວໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ທີ່ໄດ້ຮັບການຮັບຮອງບໍ?
ການປິ່ນປົວໄວຣັສ໌ຕັບອັກເສບບີ້ ໃນປັດຈຸບັນ ຕົກຢູ່ໃນສອງປະເພດທົ່ວໄປ, ການຕຕ້ານໄວຣັສ໌ ແລະ ການສ້າງພູມຕ້ານທານ:

ຢາຕ້ານໄວຣັສ໌ - ສິ່ງເຫຼົ່ານີ້ແມ່ນຢາ ທີ່ຢຸດການວິວັດຂອງໄວຣັສ໌ ຫຼື ເຮັດໃຫ້ໄວຣັສ໌ຂະຫຍາຍໂຕຊ້າລົງ, ຊຶ່ງຈະຫຼຸດຜ່ອນການອັກເສບ ແລະ ທໍາລາຍຕັບ. ສິ່ງເຫຼົ່ານີ້ແມ່ນຈະຕ້ອງກິນຢາມື້ລະເມັດເປັນເວລາຢ່າງໜ້ອຍ 1 ປີ, ຊຶ່ງສ່ວນໃຫຍ່ແມ່ນຈະດົນກວ່າ. ມີຢາຕ້ານໄວຣັສໄດ້ຮັບການຮັບຮອງຈາກ FDA, ແຕ່ວ່າມີພຽງແຕ່ຢາຕ້ານໄວຣັສ໌ສາມໂຕຫຼັກທີ່ຖືກແນະນໍາໃຫ້ໃຊ້ໃນການປິ່ນປົວ ຄື: ທີໂນໂຟເວຍ ດີໂຊໂປຣຊິນ (tenofovir disoproxil) (Viread/TDF), ທີໂນໂຟເວຍ ອາລາຟີນາໄມດ໌ (tenofovir alafenamide) (Vemlidy/TAF) ແລະ ເອັນຕີຄາເວຍ໌ (Entecavir) (ບາຣາຄລູດ (Baraclude)). ຢາຕ້ານໄວຣັສ໌ແຖວໜ້າແມ່ນຢາທີ່ຖືກແນະນໍາ ຍ້ອນວ່າພວກມັນປອດໄພກວ່າ ແລະ ມີປະສິດທິຜົນທີ່ສຸດ. ພວກມັນຍັງມີປະຫວັດການດື້ຢາດີກວ່າຢາຕ້ານໄວຣັສ໌ໂຕເກົ່າ, ຊຶ່ງໝາຍຄວາມວ່າ ເມື່ອພວກມັນຖືກໃຊ້ຕາມການຊີ້ນໍາຂອງແພດ, ແມ່ນຈະມີໂອກາດກາຍພັນຂອງໄວຣັສ໌ ແລະ ການດື້ຢາໄດ້ໜ້ອຍ. ການສ້າງສານຕໍ່ຕ້ານຈະເຮັດໃຫ້ມັນມີຄວາມຫຍຸ້ງຍາກວ່າໃນການປິ່ນປົວ ແລະ ຄວບຄຸມໄວຣັສ໌.

ຢາອິມມູໂນໂມດູເລເຕີ - ສິ່ງເຫຼົ່ານີ້ແມ່ນຢາທີ່ຊ່ວຍສົ່ງເສີມລະບົບພູມຕ້ານທານ ຊ່ວຍໃນການຄວບຄຸມໄວຣັສ໌ຕັບອັກເສບບີ້. ພວກມັນແມ່ນຢາສັກຕະຫຼອດໄລຍະ 6 ເດືອນ ຫາ 1 ປີ. ຢາທີ່ສັ່ງຈ່າຍສ່ວນໃຫຍ່ແມ່ນປະກອບດ້ວຍ ອິນເຕີເຟີຣອນ ອານຟາ-2b (ອິນທຣອນເອ, Intron A) ແລະ ພີກູເລຕິດ ອິນເຟີຣອນ (pegylated interferon (ພີກາຊີສ, Pegasys). ນີ້ເປັນພຽງແຕ່ການປິ່ນປົວທີ່ແນະນໍາສໍາລັບຄົນເຈັບທີ່ຕິດເຊື້ອຮ່ວມກັບໄວຣັສ໌ຕັບອັກເສບ.

ຢາເຫຼົ່ານີ້ໃຫ້ການ “ປິ່ນປົວ” ໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອບໍ?

ເຖິງວ່າພວກມັນຈະບໍ່ໃຫ້ການປິ່ນປົວແບບສົມບູນກໍ່ຕາມ, ການປິ່ນປົວໃນປັດຈຸບັນຈະເຮັດໃຫ້ໄວຣັສ໌ຂະຫຍາຍໂຕຊ້າລົງ ແລະ ຫຼຸດຜ່ອນຄວາມສ່ຽງຂອງການເປັນພະຍາດຕັບທີ່ຮຸນແຮງຂຶ້ນກວ່າເກົ່າໃນໄລຍະຕໍ່ໄປຂອງການໃຊ້ຊີວິດ. ສິ່ງດັ່ງກ່າວນີ້ຈະເຮັດໃຫ້ຄົນເຈັບຮູ້ສຶກດີຂຶ້ນໃນພາຍສອງສາມເດືອນ ຍ້ອນວ່າການທໍາລາຍຂອງຕັບຈາກໄວຣັສ໌ແມ່ນຫຼຸດລົງ ຫຼືໃນບາງກໍລະນີແມ່ນກົງກັນຂ້າມ ເມື່ອກິນຢາໃນໄລຍະຍາວ. ຢາຕ້ານໄວຣັສ໌ບໍ່ແມ່ນການຢຸດ ແລະ ການເລີ່ມໃໝ່, ຊຶ່ງແມ່ນເຫດຜົນທີ່ເປັນຫຍັງການປະເມີນຜົນຢ່າງຮອບຄອບຂອງແພດທີ່ມີຄວາມຮູ້ສະເພາະດ້ານຈຶ່ງມີຄວາມສໍາຄັນ ກ່ອນຈະເລີ່ມມີການປິ່ນປົວ HBV ຊໍາເຮື້ອ.


ຖ້າຂ້ອຍມີການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ຂ້ອຍຄວນຈະໄດ້ຮັບການດູແລສຸຂະພາບບ?
ສິ່ງສໍາຄັນແມ່ນຕ້ອງເຂົ້າໃຈວ່າ ບໍ່ແມ່ນທຸກຄົນທີ່ມີໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ຈະຕ້ອງໄດ້ຮັບການປິ່ນປົວດ້ວຍຢາ. ທ່ານຄວນຈະໂອ້ລົມກັບທ່ານໝໍຂອງທ່ານວ່າ ທ່ານເປັນຜູ່ທີ່ຈໍາເປັນຕ້ອງໄດ້ຮັບການບໍາບັດດ້ວຍຢາຫຼືບໍ່. ທ່ານ ແລະ ທ່ານໝໍຂອງທ່ານຈະຕັດສິນໃຈວ່າ ທ່ານຄວນຈະໄດ້ຮັບການປິ່ນປົວຫຼືບໍ່, ທ່ານຄວນຈະເຂົ້າພົບຊ່ຽວຊານສະເພາະຕັບຢ່າງເປັນປົກກະຕິ ຫຼື ແພດທີ່ມີຄວາມຮູ້ກ່ຽວກັບໄວຣັສ໌ຕັບອັກເສບບີ້.
ຈະມີຄວາມປອດໄພບໍໃນການບໍາບັດການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ດ້ວຍຢາ


ສະໝຸນໄພ ຫຼື ອາຫານເສີມບໍ?
ຄົນສ່ວນໃຫຍ່ມີຄວາມສົນໃຈໃຊ້ຢາສະໝຸນໄພ ຫຼື ອາຫານເສີມ ເພື່ອສົ່ງເສີມລະບົບພູມຕ້ານທານຂອງພວກເຂົາ ແລະ ຊ່ວຍຕັບຂອງພວກເຂົາ. ບັນຫາແມ່ນຍັງບໍ່ມີກົດລະບຽບຂອງບໍລິສັດທີ່ຜະລິດສານເຫຼົ່ານີ້, ຊຶ່ງໝາຍຄວາມວ່າ ຍັງບໍ່ທັນມີການກວດຢ່າງລະອຽດຖີ່ຖ້ວນສໍາລັບຄວາມປອດໄພ ຫຼື ຄວາມບໍລິສຸດ. ສະນັ້ນ, ຄຸນນະພາບຂອງການບໍາບັດດ້ວຍສະໝຸນໄພ ຫຼື ອາຫານເສີມວິຕາມິນ ອາດຈະມີຄວາມແຕກຕ່າງກັນ. ເຊັ່ນດຽວກັນນັ້ນ, ການບໍາບັດດ້ວຍສະໝຸນໄພບາງຊະນິດສາມາດມີຜົນກະທົບຕໍ່ຢາໄວຣັສ໌ຕັບອັກເສບບີ້ ທີ່ແພດສັ່ງ ຫຼື ເງື່ອນໄຂອື່ນໆ; ມີບາງຊະນິດອາດຈະທໍາລາຍຕັບຂອງທ່ານ. ການບໍາບັດດ້ວຍສະໝຸນໄພເຫຼົ່ານີ້ ຈະບໍ່ປິ່ນປົວການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ.

ມີຫຼາຍບໍລິສັດທີ່ໃຫ້ຂໍ້ມູນທີ່ຜິດພາດຜ່ານທາງອິນເຕີເນັດ ແລະ ຂໍ້ມູນຂ່າວສານຂອງສັງຄົມກ່ຽວກັບຜະລິດຕະພັນຂອງພວກເຂົາ. ການຮ້ອງຮຽນທາງອອນລາຍ໌ ແລະ ການນຳສະເຫນີໂດຍການຮັບຮອງຂອງຄົນເຈັບຢູ່ເທິງເຟສ໌ບຸກ ເປັນສິ່ງຫຼອກລວງ ແລະ ຖືກນໍາໃຊ້ເພື່ອຕັວະຍັວະຄົນໃຫ້ເຂົ້າໄປຊື້ຢາສະໝຸນໄພ ແລະ ອາຫານເສີມທີ່ມີລາຄາແພງ. ຈົ່ງຈື່ໄວ້ວ່າ, ຖ້າຮູ້ສຶກວ່າມັນເກີນຄວາມເປັນຈິງ ນັ້ນໝາຍຄວາມວ່າ ມັນບໍ່ແມ່ນຄວາມຈິງ.

ລຸ່ມນີ້ແມ່ນຂໍ້ມູນທີ່ໜ້າເຊື່ອຖືກ່ຽວກັບສະໝຸນໄພ ແລະ ຢາປິ່ນປົວຫຼາຍຊະນິດ. ຂໍ້ມູນນີ້ແມ່ນອີງໃສ່ປະກົດການທາງວິທະຍາສາດ, ຊຶ່ງບໍ່ແມ່ນການໃຫ້ຂໍ້ມູນຂ່າວສານທີ່ຜິດພາດ. ຈົ່ງກວດເບິ່ງວ່າສ່ວນປະສົມໃນຢາສະໝຸນໄພ ຫຼື ອາຫານເສີມຂອງທ່ານແມ່ນເປັນຄວາມຈິງ ແລະ ປອດໄພຕໍ່ຕັບຂອງທ່ານຫຼືບໍ່. ສິ່ງສໍາຄັນທີ່ສຸດແມ່ນຕ້ອງປົກປ້ອງຕັບຂອງທ່ານຈາກອາການເຈັບປວດ ຫຼື ອັນຕະລາຍເພີ່ມເຕີມ.


ວິທີການດູແລຕັບໃຫ້ແຂງແຮງ ສໍາລັບຜູ່ທີ່ມີໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອມີຫຍັງແດ?
ບຸກຄົນທີ່ມີການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ຊໍາເຮື້ອ ອາດຈະ ຫຼືອາດຈະບໍ່ຈໍາເປັນຕ້ອງໄດ້ຮັບການບໍາບັດດ້ວຍຢາ. ແຕ່ວ່າຍັງມີຫຼາຍຢ່າງທີ່ຄົນເຈັບສາມາດເຮັດໄດ້ ເພື່ອປົກປ້ອງຕັບຂອງພວກເຂົາ ແລະ ສົ່ງເສີມສຸຂະພາບຂອງພວກເຂົາ. ລຸ່ມນີ້ແມ່ນບັນດາທາງເລືອກທີ່ເຮັດໃຫ້ສຸຂະພາບດີ 10 ຢ່າງ ທີ່ສາມາດເລີ່ມເຮັດໄດ້ຈາກມື້ນີ້!

  • ນັດພົບຊ່ຽວຊານຕັບ ຫຼື ຜູ່ດູແລສຸຂະພາບຂອງທ່ານເປັນປົກກະຕິ ເພື່ອເບິ່ງແຍງສຸຂະພາບ ແລະ ສຸຂະພາບຂອງຕັບຂອງທ່ານໃຫ້ດີທີ່ສຸດ.
  • ສັກວັກຊີນໄວຣັສ໌ຕັບອັກເສບ A ເພື່ອປ້ອງກັນທ່ານຈາກໄວຣັສ໌ອື່ນໆທີ່ເຂົ້າໂຈມຕີຕັບຂອງທ່ານ.
  • ຫຼີກລ່ຽງດື່ມເຫຼົ້າ ແລະ ສູບຢາ ຍ້ອນວ່າທັງສອງຢ່າງນັ້ນຈະທໍາລາຍຕັບຂອງທ່ານ ຊຶ່ງວ່າມັນກໍ່ກໍາລັງໄດ້ຮັບອັນຕະລາຍຈາກໄວຣັສ໌ຕັບອັກເສບບີ້ ຢູ່ແລ້ວ.
  • ໂອ້ລົມກັບຜູ່ດູແລສຸຂະພາບຂອງທ່ານກ່ອນຈະເລີ່ມເຂົ້າຮັບການບໍາບັດດ້ວຍສະໝຸນໄພ ຫຼື ອາຫານເສີມວິຕາມິມ ຍ້ອນວ່າຢາບາງຊະນິດອາດຈະແຊກແຊງການເຮັດວຽກຂອງຢາຕ້ານໄວຣັສ໌ຕັບອັກເສບບີ້ ທີ່ແພດສັ່ງ ຫຼືອາດຈະສາມາດທໍາລາຍຕັບຂອງທ່ານໄດ້.
  • ຈົ່ງສອບຖາມກັບແພດຈ່າຍຢາຂອງທ່ານກ່ຽວກັບຢາທີ່ສາມາດຊື້ໄດ້ຕາມຮ້ານຂາຍຢາ (ຕົວຢ່າງ: ອາຊີໂຕມີໂນຟິນ, ຢາແກ້ປວດ) ຫຼື ຢາແພດສັ່ງທີ່ບໍ່ແມ່ນຢາຕ້ານໄວຣັສ໌ຕັບອັກເສບບີ້ ກ່ອນຈະກິນ ເພື່ອໝັ້ນໃຈວ່າພວກມັນປອດໄພສໍາລັບຕັບຂອງທ່ານ ຍ້ອນວ່າຢາເຫຼົ່ານີ້ສ່ວນຫຼາຍຈະໄປຜ່ານການເຮັດວຽກຂອງຕັບຂອງທ່ານ.
  • ຫຼີກລ່ຽງດົມເອົາສານລະເຫີຍຈາກສີ, ທິນເນີທີ່ໃຊ້ປະສົມສີ, ກາວ, ຜະລິດຕະພັນເຮັດຄວາມສະອາດພາຍໃນບ້ານ, ນໍ້າຢາລ້າງເລັບ, ແລະ ສານເຄມີທີ່ເປັນພິດອື່ນໆ ຊຶ່ງສາມາດທໍາລາຍຕັບຂອງທ່ານໄດ້.
  • ກິນອາຫານທີ່ເຮັດໃຫ້ມີສຸຂະພາບດີ ເຊັ່ນ ໝາກໄມ້, ທັນຍາພືດ, ປາ ແລະ ຊີ້ນທີ່ບໍ່ຕິດມັນ, ແລະ ກິນຜັກຫຼາຍໆ. “ບັນດາຜັກທີ່ເປັນດອກ” ເຊັ່ນ -- ກະລໍ່າປີ, ບຣັອກໂຄລີ, ດອກຜັກກາດຂາວ -- ບັນດາຜັກເຫຼົ່ານີ້ຊ່ວຍໃນການປົກປ້ອງຕັບຈາກສານເຄມີຢູ່ໃນສະພາບແວດລ້ອມ.
  • ຫຼີກລ່ຽງການກິນຫອຍດິບ ຫຼື ຫອຍທີ່ປຸງບໍ່ສຸກ (ຕົວຢ່າງ: ຫອຍແຄລັມ, ຫອຍແມງພູ່, ຫອຍອອຍສ໌ເຕີ, ຫອຍກີ້) ຍ້ອນວ່າພວກມັນອາດຈະມີການປົນເປື້ອນຂອງບັກເຕີຣີທີ່ເອີ້ນວ່າ ວີບຣີໂອ ວູນນີຟີຄັສ (Vibrio vulnificus), ຊຶ່ງເປັນພິດຢ່າງຍິ່ງຕໍ່ຕັບ ແລະ ສາມາດເຮັດໃຫ້ຕັບຖືກທໍາລາຍ.
  • ສັງເກດເບິ່ງເຊື້ອລາຢູ່ໃນຖົ່ວຕ່າງໆ, ສາລີ, ຖົ່ວດິນ, ເຂົ້າຟາງ ແລະ ທັນຍາພືດ ກ່ອນຈະໃຊ້ອາຫານເຫຼົ່ານີ້. ເຊື້ອຮາມີແນວໂນ້ມວ່າຈະເປັນບັນຫາ ຖ້າວ່າອາຫານຖືກເກັບໄວ້ຢູ່ບ່ອນທີ່ປຽກຊຸ່ມ ແລະ ອັດບໍ່ດີ. ຖ້າວ່າມີເຊື້ອລາ, ອາຫານຈະປົນເປື້ອນດ້ວຍ “ອາຟລາທັອກຊິນ,” ຊຶ່ງເປັນປັດໃຈຄວາມສ່ຽງທີ່ຮູ້ກັນດີສໍາລັບມະເຮັງຕັບ.
  • ຫຼຸດລະດັບຄວາມຮຸນແຮງຂອງພະຍາດ ໂດຍການກິນອາຫານເພື່ອສຸຂະພາບ, ອອກກໍາລັງກາຍຢ່າງເປັນປົກກະຕິ ແລະ ພັກຜ່ອນຫຼາຍໆ.
  • ຈົ່ງຈື່ໄວ້ວ່າ ທຸກຢ່າງທີ່ທ່ານກິນ, ດື່ມ, ຫາຍໃຈ ຫຼື ດູດຊຶມຜ່ານຜີວໜັງ ສຸດທ້າຍຈະຕ້ອງຜ່ານຕັບເພື່ອກັ່ນຕອງ. ດັ່ງນັ້ນ, ຕ້ອງປ້ອງກັນຕັບຂອງທ່ານ ແລະ ສຸຂະພາບຂອງທ່ານ!


ຖ້າຂ້ອຍມີໄວຣັສ໌ຕັບອັກເສບບີ້ ຂ້ອຍຈະບໍລິຈາກເລືອດໄດ້ບໍ?
ບໍ່ໄດ້ ທະນາຄານເລືອດຈະບໍ່ຮັບເລືອດທີ່ມີເຊື້ອໄວຣັສ໌ຕັບອັກເສບບີ້, ເຖິງວ່າທ່ານໄດ້ເຊົາຈາກການຕິດເຊື້ອໄວຣັສ໌ຕັບອັກເສບບີ້ ແບບກະທັນຫັນກໍຕາມ.

Living with Hepatitis B

Will I recover from a hepatitis B infection?
Most healthy adults who are newly infected will recover without any problems. But babies and young children may not be able to successfully get rid of the virus.

  • Adults – 90% of healthy adults will get rid of the virus and recover without any problems; 10% will develop chronic hepatitis B. 
  • Young Children – Up to 50% of young children between 1 and 5 years who are infected will develop a chronic hepatitis B infection.
  • Infants – 90% will become chronically infected; only 10% will be able to get rid of the virus.


What is the difference between an "acute" and a "chronic" hepatitis B infection?
A hepatitis B infection is considered to be “acute” during the first 6 months after being exposed to the virus. This is the average amount of time it takes to recover from a hepatitis B infection.
If you still test positive for the hepatitis B virus (HBsAg+) after 6 months, you are considered to have a "chronic" hepatitis B infection, which can last a lifetime.


Will I become sick if I have acute hepatitis B?
Hepatitis B is considered a "silent infection” because it often does not cause any symptoms. Most people feel healthy and do not know they have been infected, which means they can unknowingly pass the virus on to others. Other people may have mild symptoms such as fever, fatigue, joint or muscle pain, or loss of appetite that are mistaken for the flu.

Less common but more serious symptoms include severe nausea and vomiting, yellow eyes and skin (called “jaundice”), and a swollen stomach - these symptoms require immediate medical attention and a person may need to be hospitalized.


How will I know when I have recovered from an "acute" hepatitis B infection?
Once your doctor has confirmed through a blood test that you have gotten rid of the virus from your body and developed the protective antibodies (HBsAb+), you will be protected from any future hepatitis B infection and are no longer contagious to others.


What should I do if I am diagnosed with chronic hepatitis B?
If you test positive for the hepatitis B virus for longer than 6 months, this indicates that you have a chronic hepatitis B infection. You should make an appointment with a hepatologist (liver specialist), gastroenterologist, or family doctor who is familiar with hepatitis B. The doctor will order blood tests and possibly a liver ultrasound to evaluate how active the hepatitis B virus is in your body, and to monitor the health of your liver. Your doctor will probably want to see you at least once or twice a year to monitor your hepatitis B and determine if you would benefit from treatment.

All chronically infected people should be seen by their doctor at least once a year (or more frequently) for regular medical follow-up care, whether they start treatment or not. Even if the virus is in a less active phase with little or no damage occurring, this can change with time, which is why regular monitoring is so important.

Most people chronically infected with hepatitis B can expect to live long, healthy lives. Once you are diagnosed with chronic hepatitis B, the virus may stay in your blood and liver for a lifetime. It is important to know that you can pass the virus along to others, even if you don’t feel sick. This is why it’s so important that you make sure that all close household contacts and sex partners are vaccinated against hepatitis B.

What tests will be used to monitor my hepatitis B?
Common tests used by doctors to monitor your hepatitis B include the hepatitis B blood panel, liver function tests (ALT, AST), hepatitis B e-Antigen (HBeAg), hepatitis B e-Antibody (HBeAb), hepatitis B DNA quantification (viral load), and an imaging study of the liver (ultrasound, FibroScan [Transient Elastography] or CT scan).


Is there a cure for chronic hepatitis B?
Right now, there is no cure for chronic hepatitis B, but the good news is there are treatments that can help slow the progression of liver disease in chronically infected persons by slowing down the virus. If there is less hepatitis B virus being produced, then there is less damage being done to the liver. Sometimes these drugs can even get rid of the virus, although this is not common.

With all of the new exciting research, there is great hope that a cure will be found for chronic hepatitis B in the near future. Visit our Drug Watch for a list of other promising drugs in development.


Are there any approved drugs to treat chronic hepatitis B?
Current treatments for hepatitis B fall into two general categories, antivirals and immune modulators:

Antiviral Drugs - These are drugs that slow down or stop the hepatitis B virus, which reduces the inflammation and damage to the liver. These are taken as a pill once a day for at least 1 year, usually longer. There are 6 U.S. FDA approved antivirals, but only three first-line antivirals are recommended treatments: tenofovir disoproxil (Viread/TDF), tenofovir alafenamide (Vemlidy/TAF) and Entecavir (Baraclude). First-line antivirals are recommended because they are safer and most effective. They also have a better resistance profile than older antivirals, which means that when they are taken as prescribed, there is less chance of mutation and resistance. Building resistance makes it harder to treat and control the virus.

Immunomodulator Drugs - These are drugs that boost the immune system to help control the hepatitis B virus. They are given as injections over 6 months to 1 year. The most commonly prescribed include interferon alfa-2b (Intron A) and pegylated interferon (Pegasys). This is the only recommended treatment for patients coinfected with hepatitis delta.

Do these drugs provide a “cure” for chronic hepatitis B?

Although they do not provide a complete cure, current medications will slow down the virus and decrease the risk of more serious liver disease later in life. This results in patients feeling better within a few months because liver damage from the virus is slowed down, or even reversed in some cases, when taken long-term. Antivirals are not meant to be stopped and started, which is why a thorough evaluation by a knowledgeable doctor is so important before beginning treatment for chronic HBV.


If I have a chronic hepatitis B infection, should I be on medication?
It is important to understand that not every person with chronic hepatitis B needs to be on medication. You should talk to your doctor about whether you are a good candidate for drug therapy. Whether you and your doctor decide you should start treatment or not, you should be seen regularly by a liver specialist or a doctor knowledgeable about hepatitis B.


Is it safe to take herbal remedies or supplements for my hepatitis B infection?
Many people are interested in using herbal remedies or supplements to boost their immune systems and help their livers. The problem is that there is no regulation of companies manufacturing these produces, which means there is no rigorous testing for safety or purity. So, the quality of the herbal remedy or vitamin supplement may be different from bottle to bottle. Also, some herbal remedies could interfere with your prescription drugs for hepatitis B or other conditions; some can even actually damage your liver. These herbal remedies will not cure a chronic hepatitis B infection.

There are many companies that make false promises on the Internet and through social media about their products. Online claims and patient testimonials on Facebook are fake and are used to trick people into buying expensive herbal remedies and supplements. Remember, if it sounds too good to be true, then it’s probably not true.

Below are reliable sources of information about herbs and alternative medicines. This information is based on scientific evidence, not false promises. Check whether the active ingredients in your herbal remedies or supplements are real and safe for your liver. The most important thing is to protect your liver from any additional injury or harm.


What healthy liver tips are there for those living with chronic hepatitis B?
People living with chronic hepatitis B infection may or may not need drug treatment. But there are many other things patients can do to protect their liver and improve their health. Below is our list of the top 10 healthy choices that can be started today!

  • Schedule regular visits with your liver specialist or health care provider to stay on top of your health and the health of your liver.
  • Get the Hepatitis A vaccine to protect yourself from another virus that attacks the liver.
  • Avoid drinking alcohol and smoking since both will hurt your liver, which is already being injured by the hepatitis B virus.
  • Talk to your provider before starting any herbal remedies or vitamin supplements because some could interfere with your prescribed hepatitis B drugs or even damage your liver.
  • Check with your pharmacist about any over-the-counter drugs (e.g. acetaminophen, paracetamol) or non-hepatitis B prescription drugs before taking them to make sure they are safe for your liver since many of these drugs are processed through your liver. 
  • Avoid inhaling fumes from paint, paint thinners, glue, household cleaning products, nail polish removers, and other potentially toxic chemicals that could damage your liver. 
  • Eat a healthy diet of fruit, whole grains, fish and lean meats, and lot of vegetables. “Cruciferous vegetables” in particular -- cabbage, broccoli, cauliflower -- have been shown to help protect the liver against environmental chemicals. 
  • Avoid eating raw or undercooked shellfish (e.g. clams, mussels, oysters, scallops) because they could be contaminated with bacteria called Vibrio vulnificus, which is very toxic to the liver and could cause a lot of damage.
  • Check for signs of mold on nuts, maize, corn, groundnut, sorghum, and millet before using these foods. Mold is more likely to be a problem if food is stored in damp conditions and not properly sealed. If there is mold, then the food could be contaminated by “aflatoxins,” which are a known risk factor for liver cancer.
  • Reduce your stress levels by eating healthy foods, exercising regularly, and getting plenty of rest. 
  • Keep in mind everything you eat, drink, breathe, or absorb through the skin is eventually filtered by the liver. So, protect your liver and your health!


Can I donate blood if I have hepatitis B?
No. The blood bank will not accept any blood that has been exposed to hepatitis B, even if you have recovered from an acute infection.